Saturday, April 26, 2025
Kbank Laos โอน รับ จ่าย

ເປີດງານນັດພົບແຮງງານປະຈຳປີ 2019

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດໄອຈ໋ອບ ຈຳກັດ ແລະ ບໍລິສັດລາວເວີນ ມະຫາຊົນ ຈຳກັດໄດ້ຮ່ວມກັນຈັດງານຕະ ຫຼາດນັດພົບແຮງງານ ເພື່ອເປັນການປະກອບສ່ວນໃຫ້ຕົວເລກ ບັນລຸຄາດໝາຍປີ 2019.

ວ່າດ້ວຍການພັດທະນາສີມືແຮງ ງານໃຫ້ໄດ້ 15 ພັນຄົນ ແລະ ຈັດຫາງານໃນນະຄອນຫຼວງ ວຽງຈັນໃຫ້ໄດ້ 9 ພັນຄົນ ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງ ວຽງຈັນ,

ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ບັນດາ ເຈົ້າເມືອງ, ຫົວໜ້າກົມ, ຫົວໜ້າ ພະແນກ, ຫົວໜ່ວຍແຮງງານ, ສະຖາ ບັນສຶກສາ,​ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳແກ້ວ ມະຫາໄຊ ຮອງຫົວໜ້າພະແນກ ຮສສ, ນວ ໄດ້ກ່າວວ່າ:

ພາຍໃນງານມີບັນ ດາອົງການຈັດຕັ້ງພາກລັດ, ພາກເອກະຊົນ,​ ຫົວໜ່ວຍແຮງ ງານ ແລະ ຊາວຄ້າຂາຍເຂົ້າ ຮ່ວມງານວາງສະແດງໃນຄັ້ງນີ້ ມີທັງໝົດ 300 ກວ່າຮ້ານ, ໃນ ນັ້ນມີຫ້ອງຮັບສະໝັກພະນັກງານ 49 ຮ້ານ, ຫ້ອງວາງສະແດງ ແລະ ໂຄສະນາສິນຄ້າ 31 ຮ້ານ ແລະ ຫ້ອງວາງສະແດງສິນຄ້າ ທົ່ວໄປ 220 ຮ້ານ, ປັດຈຸບັນມີ ຕຳແໜງງານຫຼາຍກວ່າ 5.200 ຕຳແໜ່ງ ແລະ ຄາດວ່າຜູ້ ຊອກຫາວຽກເຮັດງານທຳຈະຖືກ ຄັດເລືອກບັນຈຸເຂົ້າໃນບັນດາຫົວ ໜ່ວຍແຮງງານ,

ໂຄງການ ແລະ ເຂດເສດຖະກິດພິເສດຄັ້ງນີ້ ຈຳ ນວນ 1.500 ຄົນ ແລະ ຈັດຫາ ງານໃນ ນວ ໃຫ້ໄດ້ 9.000 ຄົນ, ນອກນັ້ນງານຕະຫຼາດນັດພົບ ແຮງງານປີນີ້ມີກິດຈະກຳຫຼາຍ ກວ່າປີຜ່ານມາ ເປັນຕົ້ນແມ່ນ ການໃຫ້ຂໍ້ມູນຂ່າວສານຕະຫຼາດ ແຮງງານ, ການເຝິກອົບຮົມວິ ຊາຊີບ ແລະ ການແນະນຳສາຍ ການຮຽນ, ການເຜີຍແຜ່ເວັບໄຊ ຈັດຫາງານສາທາລະນະຊົນ, ກົດ ໝາຍແຮງງານ, ມີກິດຈະກຳສາ ທິດການເຮັດວຽກຕົວຈິງຂອງ ບາງສາຍສາຂາອາຊີບເຊັ່ນ: ສາ ຂາຕັດຫຍິບ, ໄຟຟ້າ, ອາຄານ, ເສີມສວຍ… ​

ພ້ອມນັ້ນຍັງມີກິດຈະ ກຳແຂ່ງຂັນສີມືແຮງງານຈາກ ສະຖາບັນຕ່າງໆ, ກິດຈະກຳສະ ແດງສິລະປະວັນນະຄະດີ, ກິດ ຈະກຳຖາມຕອບ ແລະ ອື່ນໆ.

ຈຸດປະສົງຫຼັກໆຂອງການ ຈັດງານກໍເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກໃຫ້ ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍງານໄດ້ມີເວທີ ພົບປະກັນແລ້ວ ນຳໄປສູ່ການ ຈັດຫາງານ, ສ້າງໂອກາດໃຫ້ຜູ້ ອອກແຮງງານທີ່ຕ້ອງການພັດ ທະນາສີມືແຮງງານໃຫ້ສາມາດ ເຂົ້າເຖິງສະຖາບັນຕ່າງໆ ຈົນ ກ້າວໄປສູ່ການໄດ້ຮັບຍົກລະດັບ ສີມືແຮງງານເໝາະສົມຕາມ ຄວາມຕ້ອງການຂອງຕະຫຼາດ ແຮງງານ, ທັງເປັນເວທີສົ່ງເສີມ ການຕະຫຼາດບັນດາຫົວໜ່ວຍ ແຮງງານ, ບັນດາໂຄງການ ແລະ ອົງການຈັດຕັ້ງສັງຄົມໄດ້ຊອກຄູ່ ຮ່ວມທຸລະກິດ ແລະ ເປັນການ ຫຼຸດຜ່ອນອັດຕາການຫວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງ ງານໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງ ງານດັ່ງກ່າວຈະ ຈັດຂຶ້ນໄປຈົນເຖິງວັນທີ 20 ຕຸ ລາຈິ່ງຈະສຳເລັດ.

ໂດຍ: ແສງເດືອນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.