Monday, May 19, 2025
Kbank Laos โอน รับ จ่าย

ມອບ – ຮັບ ແລະ ເປີດນຳໃຊ້ໂຮງໝໍ 119 ກຸ່ມບ້ານຄັງວຽງ

ພິທີມອບ-ຮັບ ແລະ ເປີດນຳ ໃຊ້ໂຮງໝໍ 119 ກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ໄດ້ຈັດຂຶ້ນໂດຍການເປັນປະທານຂອງ ສະ ຫາຍ ພົນຕີ ປອວົງຄຳ ພົມມະ ກອນ ຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ເປັນກຽດເຂົ້າຮ່ວມ ຂອງທ່ານ ບົວສອນ ສີນວນທອງ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງໆຊຽງຂວາງ, ມີຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ຄອບຄົວການນຳ, ອຳນາດການປົກຄອງບ້ານ, ສາທາ ລະນະສຸກແຂວງ, ປກສ ບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນອ້ອມ ຂ້າງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ດວງຈັນ ດວງປະເສີດ ປະທານບໍລິສັດສະຫວັນໄຊ ກໍ່ສ້າງການຄ້າຂາເຂົ້າ-ຂາອອກ ຈຳ ກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ:

ໂຄງການກໍ່ສ້າງໂຮງໝໍກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ເປັນໂຄງການຂອງລັດຖະບານໂດຍມອບໃຫ້ກະຊວງປ້ອງກັນປະເທດເປັນຜູ້ຄຸ້ມຄອງ ໂດຍໃຫ້ບໍລິສັດສະຫວັນໄຊກໍ່ສ້າງການຄ້າຂາເຂົ້າ-ຂາ ອອກ ຈຳກັດຜູ້ດຽວ ເປັນຜູ້ລົງທຶນກ່ອນ 100% ມູນຄ່າ 10 ຕື້ກວ່າກີບ ເຊິ່ງເປັນອາຄານ 1 ຊັ້ນປະກອບ ມີຕຶກອຳ ນວຍການຂະໜາດ 12×33 ແມັດ , ເຮືອນນອນໂສດ 2 ຫຼັງຂະໜາດ 20×10 ແມັດ, ເຮືອນນອນຄົນເຈັບ 2 ຫຼັງຂະ ໜາດ 36×39 ແມັດ ໃນນັ້ນມີຫ້ອງນ້ຳລວມ 2 ຫຼັງ, ຫ້ອງຜ່າຕັດຂະໜາດ 22×16 ແມັດ, ຫ້ອງລັງ ສີຂະໜາດ 10×8 ແມັດ, ຕຶກປິ່ນ ປົວທົ່ວໄປຂະໜາດ 8×72 ແມັດ, ພະແນກບໍລິຫານ 2 ຫຼັງຂະໜາດ 7×36 ແມັດ, ເຮືອນຄົວລວມຂະ ໜາດ 15×12 ແມັດ ແລະ ສາງ ເຄື່ອງ 1 ຫຼັງຂະໜາດ 10×12 ແມັດ.

ເຊິ່ງການກໍ່ສ້າງມາຮອດ ປັດຈຸບັນໄດ້ສຳເລັດ 100% ກ່າວມອບໂດຍທ່ານ ດວງຈັນ ດວງປະເສີດ ປະທານບໍລິ ສັດ ສະຫວັນໄຊກໍ່ສ້າງການຄ້າຂາ ເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບພ້ອມຄະນະ ໂຄງການດັ່ງກ່າວນີ້ມອບໃຫ້ກຸ່ມບ້ານຄັງ ວຽງເປັນຜູ້ຄຸ້ມຄອງປົກປັກຮັກສາ ແລະ ນຳໃຊ້ນັບແຕ່ມື້ລົງລາຍເຊັນມອບເປັນຕົ້ນໄປ.

ໂດຍ: ນາງ ນາລີ ທະວີພອນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້