Sunday, November 9, 2025
Kbank Laos โอน รับ จ่าย

ແຈ້ງການ! ຂອງກຸ່ມຄົນບໍ່ດີ ທີ່ແອບອ້າງເປັນເຈົ້າຫນ້າທີ່ ແລະ ເປັນສະມາຄົມ ທີ່ບໍລິການເຮັດໃບຂັບຂີ່ສາກົນ

ຮຽນ : ບັນດາທ່ານ ຫົວຫນ້າຫ້ອງການກະຊວງ, ອົງການທຽບເທົ່າ, ບັນດາແຂວງ, ນະຄອນ, ພະນັກງານ, ທະ ຫານ, ຕໍາຫຼວດ ແລະ ປະຊາຊົນລາວທົ່ວສັງຄົມ.

ເລື່ອງ : ແຈ້ງໃຫ້ຊາບ ຂອງກຸ່ມຄົນບໍ່ດີ ທີ່ແອບອ້າງ ເປັນເຈົ້າຫນ້າທີ່ ແລະ ເປັນສະມາຄົມ ທີ່ບໍລິການເຮັດໃບຂັບຂີ່ສາກົນ.

– ອີງຕາມ ສື່ອອນລາຍ ທີ່ລົງໂຄສະນາໃນ Facebook ແລະ ສື່ອອນໄລ ຕ່າງໆ ຊຶ່ງມີເນື້ອໃນແອບອ້າງວ່າ ມີສະມາຄົມ ຊຶ່ງສາມາດເຮັດໃບຂັບຂີ່ສາກົນຂອງ ສປປ ລາວ ໄດ້.

– ອີງຕາມການລາຍງານຂອງ ກົມຂົນສົ່ງ ສະບັບເລກທີ 27736/ຍທຂ.ຂສ, ລົງວັນທີ 25/10/2019.

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນກຽດແຈ້ງ ເຖິງບັນດາກະຊວງ, ອົງການທຽບເທົ່າ, ບັນດາ ແຂວງ, ນະຄອນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ຫມົດທຸກຄົນຊາບ ກ່ຽວກັບ ການແອບອ້າງ ຂອງກຸ່ມຄົນທີ່ບໍ່ຫວັງດີ ລົງໂຄສະນາຜ່ານສື່ອອນລາຍ ຫຼາຍຮູບແບບ ວ່າສາມາດເຮັດໃບຂັບຂີ່ສາກົນ ຂອງສະມາຄົມລົດໂອໂຕ ສາກົນ (IAA) ໄດ້ ຊຶ່ງມີອາຍຸການນໍາໃຊ້ໄດ້ເຖິງ 5 ປີ ແລະ ສາມາດຂັບລົດໄປໄດ້ 195 ປະເທດ ໃນທົ່ວໂລກໄດ້ນັ້ນ ແມ່ນບໍ່ເປັນຄວາມຈິງ,

ຊຶ່ງເປັນການຕົວະຍົວະຫຼອກລວງ ເພື່ອຫວັງຜົນປະໂຫຍດ ແລະ ຫວັງທໍາລາຍມ້າງເພຄວາມສະຫງົບສຸກຂອງຊາດ ການອອກໃບຂັບຂີ່ສາກົນ ໃຫ້ບຸກຄົນໃດຫນຶ່ງໄດ້ນັ້ນ ຕ້ອງແມ່ນອົງການທີ່ມີສິດອໍານາດເທົ່ານັ້ນ, ສໍາລັບ ສປປ ລາວ ແມ່ນກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ເປັນຜູ້ເຊັນຮັບຮອງ ແລະ ອະນຸຍາດໃຫ້ສະເພາະບຸກຄົນທີ່ມີໃບຂັບຂີ່ ຂອງ ສປປ ລາວ ທີ່ຖືກຕ້ອງຕາມກົດຫມາຍ, ຊຶ່ງ ສປປ ລາວ ໄດ້ລົງນາມ ແລະ ເປັນພາຄີ ສົນທິສັນຍາສາກົນວ່າດ້ວຍ ການຈະລາຈອນທາງບົກ ຂອງອົງການສະຫະປະຊາຊາດ ເມື່ອປີ 1949 ທີ່ ເຊີແນວ ປະເທດ ສະວິດ.

ດັ່ງນັ້ນ,ຈຶ່ງຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວ ຫມົດທຸກຄົນຊາບ ແລະ ໃຫ້ທຸກຄົນມີສະຕິລະວັງຕົວ.

ຫົວຫນ້າຫ້ອງການ

ບຸນຈັນ ສິນຣາຊະວົງ


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.