Friday, July 11, 2025
Kbank Laos โอน รับ จ่าย

ສຸດຍອດ! ແມ່ຍິງລາວໄດ້ຮັບລາງວັນ ນະວັດຕະກໍາ ແລະ ແນວຄວາມຄິດລິເລີ່ມ ທີ່ປະເທດອັງກິດ

ມະໂນລີ ສີສະຫວັນ, ຮອງອໍານວຍການ ອົງການອະນຸລັກສັດປ່າ (WCS) ແຫ່ງ ສປປ ລາວ ໄດ້ຮັບລາງວັນອັນຊົງກຽດ ຢູ່ນະຄອນຫຼວງລອນດອນ ອັງກິດ ຄືລາງວັນ Mary Robinson Climate Justice Award 2019 ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ແມ່ຍິງລາວ ຄົນທໍາອິດທີ່ໄດ້ຮັບລາງວັນນີ້

ໂດຍ ມະໂນລີ ສີສະຫວັນໂພສຜ່ານເຟດບຸກສ່ວນໂຕວ່າ ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ເປັນກຽດ ທີ່ໄດ້ຮັບການຄັດເລືອກ ເປັນໜຶ່ງໃນສາມຄົນ ທີ່ໄດ້ຮັບລາງວັນ 2019 Mary Robinson Climate Justice Award ໃນຄັ້ງນີ້.

ລາງວັນນີ້ ແມ່ນລາງວັນ ເພື່ອສະໜັບສະໜູນຜູ້ນໍາໄວໜຸ່ມ ກ່ຽວກັບນະວັດຕະກໍາ ແລະ ແນວຄວາມຄິດລິເລີ້ມທີ່ເປັນທໍາ ທີ່ມີຜົນ ຕໍ່ກັບການຫຼຸດຜ່ອນ ການປ່ຽນແປງດິນຟ້າອາກາດ ໃນການປົກປັກຮັກສາໂລກ ເພື່ອອະນາຄົດຂອງສິ່ງມີຊີວິດ ຮຸ່ນຕໍ່ໄປ.

ຄວາມເປັນທໍາ ທາງດ້ານການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ (Climate Justice) ເຊື່ອມໂຍງເຖິງ ສິດທິມະນຸດ ແລະ ການພັດທະນາ ເພື່ອຕອບສະໜອງວິທີທາງ ຄວາມຕ້ອງການທີ່ມີຄົນເປັນສູນກາງ, ການປົກປັກຮັກສາ ສິດ ຂອງສິ່ງທີ່ມີຊີວິດ ທີ່ບອບບາງທີ່ສຸດ ແລະ ແບ່ງປັນ ປັນຫາ ແລະ ຜົນປະໂຫຍດ ຈາກການຫຼຸດຜ່ອນ ການປ່ຽນແປງດິນຟ້າອາກາດ ພ້ອມທັງແນວທາງ ໃນການແກ້ໄຂປັນຫາ ທີ່ເທົ່າທຽມກັນ.

ວິທະຍາສາດ ໄດ້ຊີ້ໃຫ້ພວກເຮົາເຫັນໄດ້ ເຖິງ ການຫຼຸດສະພາວະໂລກຮ້ອນ ດ້ວຍຄວາມເປັນທໍາ, ຊຶ່ງມີຄວາມຕ້ອງການ ວິທະຍາສາດ ແລະ ຄວາມຮູ້ ຂອງຜູ້ພິທັກໂລກ ທີ່ກ່ຽວພັນກັບຊັບພະຍາກອນທີ່ມີທັງໝົດໃນໂລກ.

ລາງວັນນີ້ແມ່ນໄດ້ທຶນທີ່ໄດ້ຮັບມູນຄ່າ £3,000 ສະກຸນເງິນອັງກິດ, ໂດຍມະໂນລີ ຈະນໍາໃຊ້ ເຂົ້າໃນການ ຍົກລະດັບ ສະຖານະ ແລະ ຄວາມອາດສາມາດ ຂອງເຈົ້າໜ້າທີ່ຮັກສາອຸທະຍານແຫ່ງຊາດ ນໍ້າແອດ ພູເລີຍ ຂອງ ສປປ ລາວ ເພື່ອຊຸກຍູ້ ສົ່ງເສີມເຂົາເຈົ້າ ເຂົ້າໃນວຽກງານ ຕໍ່ຕ້ານ ອາດຊະຍາກໍາທາງດ້ານສິ່ງແວດລ້ອມ.

ຖືເປັນແນວຄິດທີ່ດີສຸດຍອດເລີຍ …

ແຫຼ່ງຂໍ້ມູນ: Manoly Sisavanh

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.