Sunday, November 9, 2025
Kbank Laos โอน รับ จ่าย

ວິທະຍາໄລ ກະສິກຳ ແລະ ປ່າໄມ້ ແຂວງຈໍາປາສັກ ຈັດງານຕະຫລາດນັດແຮງງານ ຄັ້ງທີ 2

ວິທະຍາໄລ ກະສິກໍາ ແລະ ປ່າໄມ້ ແຂວງ ຈໍາປາສັກ ຈັດງານຕະຫລາດນັດແຮງງານ ຄັ້ງທີ 2 ຂຶ້ນ ໃນວັນທີ 29 ຕຸລາ 2019 ທີ່ສະໂມສອນຂອງວິທະຍາໄລ ໂດຍເປັນປະທານ ຂອງທ່ານ ຄໍາສະຫວ່າງ ສົມບູນຂັນ ຜູ້ອຳນວຍ ການວິທະຍາ ໄລກະສິກໍາ ແລະ ປ່າໄມ້ແຂວງ ຈໍາປາສັກ ມີຜູ້ປະກອບການ ທຸລະກິດພາກສ່ວນຕ່າງໆ ຕະຫລອດຮອດພະນັກງານ ຄູອາ ຈານ, ນັກຮຽນນັກສຶກສາເຂົ້າຮ່ວມ.

ທ່ານ ຄໍາສະຫວ່າງ ສົມບູນຂັນ ກ່າວວ່າ:

ງານຄັ້ງນີ້ ມີຄວາມສໍາຄັນຄັນຫລາຍຕໍ່ນັກສຶກສາ ເພາະເປັນການເປີດ ໂອກາດໃຫ້ນັກສຶກສາທີ່ຮຽນຈົບແລ້ວ ແລະ ກຳລັງຈະຮຽນ ຈົບໄດ້ລົງທະບຽນສະໝັກວຽກເຮັດງານທໍາ ຕາມຄວາມ ສາມາດ ແລະ ວິຊາຂອງຕົນທີ່ໄດ້ຮຽນມາເຊັ່ນ:

ພາກວິຊາທຸ ລະກິດກະສິກໍາ, ປູກຝັງ,ລ້ຽງສັດ, ການປະມົງ, ປ່າໄມ້, ວິທະຍາສາດ ແລະ ວິໄຈດິນ ເພື່ອເຮັດແນວໃດບໍ່ໃຫ້ນັກສຶກ ສາທີ່ຮຽນຈົບໄປແລ້ວ ຂາດວຽກເຮັດງານທໍາຄືກັບໄລຍະ ຜ່ານມາ,ຈາກນີ້ກໍເປັນທາງເລືອກທີ່ດີໃຫ້ແກ່ຫົວໜ່ວຍທຸລະກິດ,ບໍລິສັດຫ້າງຮ້ານຕ່າງໆ ຄັດເລືອກເອົານັກວິຊາ ການເຫລົ່ານີ້ ເຂົ້າເຮັດວຽກຕາມຕໍ່າແໜ່ງງານທີ່ມີຄວາມ ຕ້ອງການ.

ພາຍໃນ ມີບັນດາທຸລະກິດທີ່ທໍາຜະລິດ, ປູກຝັງ-ລ້ຽງສັດ ເຊັ່ນ: ການປູກ ແລະ ຜະລິດກາເຟ, ຖົ່ວລຽນ, ມັນຕົ້ນ, ເພາະພັນປາ, ກ້າເບ້ຍໄມ້, ລ້ຽງປາ ແລະ ອື່ນໆ.

ຂ່າວ: ເກດສະໜາ ແກ້ວສຸວັນນະແສງ ປະເທດລາວ Pathedlao

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.