Thursday, November 13, 2025
Kbank Laos โอน รับ จ่าย

ເຜິ້ງ ມິ້ມ / Little Bee

ການນຳໃຊ້ອາຫານສີນຄ້າພືດເປັນຢາ

ຊື່ວິທະຍາສາດ / ຕະກຸນ Apis florea Fabricius, 1787 / Apidae

ຊື່ພ້ອງ

ຊື່ອື່ນ Eng: Dwarf Honey Bee
Thai: Pheung Maengwan, Pheung Vi, Mim To

ພັນລະນາລັກສະນະສັນຖານ

ຮູບຮ່າງລັກສະນະ ເຜິ້ງຊະນິດນີ້ ລຳຕົວສີນ້ຳຕານ ດ້ານໜ້າຂອງທ້ອງສີເຫຼືອງປົນສີນ້ຳຕານ, ມີຂົນສີເທົາປົກຄຸມຕົວ, ຂະໜາດຕົວຍາວ 7 ມມ, ສ່ວນເອິກກວ້າງ 2.6 ມມ, ມີໜວດແບບແຂນສອກ, ປາກແບບກັດເລ້ຍ, ຄວາມຍາວຂອງລີ້ນ 3.4 ມມ, ປິກບາງໃສ, ປະກົດຕາດ່ຽວ 3 ຕາ, ຕາມລວມ 2 ຕາ, ເປັນເຜິ້ງທີ່ມີຂະໜາດນ້ອຍສຸດ, ມີຂະໜາດໃກ້ຄຽງກັບແມງວັນ, ບາງຄັ້ງຈື່ງເອີ້ນວ່າເຜິ້ງແມງວັນ, ໂດຍທົ່ວໄປເຜິ້ງມິ້ມຈະສ້າງຮັງຢູ່ເທີ່ງກີ່ງໄມ້ທີ່ມີລັກສະນະເປັນຟຸ່ມ, ມີຮ່ວງຮັງອັນດຽວ, ຂະໜາດນ້ອຍ 20-30 ຊມ.ການສຶບພັນ ແລະ ວົງຈອນຊີວິດ

ເຜິ້ງເປັນແມງໄມ້ທີ່ມີສັງຄົມແບບວັນນະຊົນຊັ້ນທີ່ຊັດເຈັນ ເຊິ່ງປະກອບມີ ເຜິ້ງນາງພະຍາ (queen), ເຜິ້ງຕົວຜູ້ (drone) ແລະ ເຜິ້ງກຳມະກອນ (worker).

ເຊິ່ງເຮັດວຽກໜ້າທີ່ແຕກຕ່າງກັນພາຍໃນຮັງ ໂດຍ ເຜິ້ງນາງພະຍາ ເປັນຜູ້ທີ່ມີລຳຕົວໃຫຍ່ທີ່ສຸດ ມີອາຍຸຫຼາຍກວ່າ 1 ປີ, ອາດໄດ້ເຖິງ 7 ປີ ໂດຍທົ່ວໄປ ພາຍໃນ ໜື່ງ ຮັງຈະມີເຜິ້ງນາງພະຍາ ໜື່ງ ຕົວເທົ່ານັ້ນ, ຍົກເວັ້ນບາງຮັງທີ່ມີຂະໜາດໃຫຍ່ ອາດພົບໄດ້ 2-3 ຕົວ ເຮັດໜ້າທີສຳຄັນໃນການວາງໄຂ່.

ເຜິ້ງຕົວຜູ້ມີຂະໜາດໃຫຍ່ຮອງລົງມາຈາກເຜິ້ງນາງພະຍາ ແຕ່ຕົວສັ້ນກວ່າເຜິ້ງນາງພະຍາ ພາຍໃນຮັງໜື່ງມີຈຳນວນ 200-500 ຕົວ, ມີອາຍຸຍືນ 4-6 ອາທິດ, ເຮັດໜ້າທີ່ສຳຄັນຄອຍປະສົມພັນກັບເຜິ້ງນາງພະຍາ.

ເຜິ້ງກຳມະກອນເປັນເຜິ້ງທີ່ມີຂະໜາດນ້ອຍສຸດ:

ແຕ່ມີປະລິມານຫຼາຍທີ່ສຸດພາຍໃນຮັງ, ມີຈຳນວນຫຼາຍເຖິງ 5,000-30,000 ຕົວຕໍ່ຮັງ, ມີອາຍຸຍືນ 6-8 ອາທິດ, ເປັນເຜິ້ງຕົວແມ່ ເກິດຈາກໄຂ່ທີ່ໄດ້ຮັບການປະສົມພັນຈາກຕົວຜູ້ ແຕ່ເປັນເພດແມ່ທີ່ບໍ່ສົມບູນເພດ ເຮັດໜ້າທີ່ອອກຫາອາຫານ, ຫານ້ຳຫວານ, ສ້າງຮັງ, ຄອຍເລ້ຍເພື່ອເຮັດຄວາມສະອາດນາງພະຍາ ແລະ ຮັງ. ນອກນັ້ນຍັງເຮັດໜ້າທີ່ປ້ອນອາຫານໃຫ້ແກ່ເຜິ້ງນາງພະຍາ ແລະ ລ້ຽງຕົວອ່ອນ. 

ເອກະສານອ້າງອີງ / ການອ້າງອີງ Deowanish, S., et al. 2001. Biodiversity of dwarf honey bees in Thailand.Proc. 7th Int. Conf. Trop. Bees, Chiang Mai, Thailand.Suwannapong, Guntima, Mark Eric, and James C Nieh. 2011. Biology of Thai Honeybees. Natural History and Threats. N.p.Narayanaswamy, R, and S Basavarajappa. 2013. Nesting Attributes of Dwarf Bee , Apis florea F . under Urban Ecosystem of Manasagangotri Campus, Mysore ,India.” 2.6 (2013): 6–15.Nanork, Piyamas; Wongsiri, Siriwat; Oldroyd, Benjamin P. 2006. The reproductive dilemmas of queenless red dwarf honeybee (Apis florea) workers. Behavioral Ecology and Sociobiology. 61 (1): 91–97.

ແຫຼ່ງຂໍ້ມູນ: ພາເຂົ້າລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.