Saturday, November 15, 2025
Kbank Laos โอน รับ จ่าย

ເຈົ້າໜ້າທີ່!!! ທຳລາຍຢາສູບນອກລະບົບ ມູນຄ່າເກືອບ 200 ລ້ານກີບ

ພິ­ທີ​ທຳ­ລາຍ​ຢາ­ສູບ​ນອກ​ລະ­ບົບ (ຢາ­ສູບ​ເຖື່ອນ) ຈັດ​ຂຶ້ນ​ບໍ່​ດົນ​ມາ​ນີ້ ຢູ່​ສູນ​ບຳ­ບັດ​ຂີ້​ເຫຍື້ອ ຫຼັກ 32 ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ຕາງ­ໜ້າ​ຈາກ​ກົມ​ຕຳ­ຫຼວດ​ສິ່ງ­ແວ­ດລ້ອມ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ຢາ­ສູບ​ທີ່​ນຳ​ມາ​ທຳ­ລາຍ​ຄັ້ງ​ນີ້ ແມ່ນ​ຢາ­ສູບ​ນອກ​ລະ­ບົບ ເຊິ່ງ​ນຳ​ເຂົ້າ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ບໍ່​ໄດ້​ຜ່ານ​ການ​ເສຍ​ພາ­ສີ-ອາ­ກອນ ບໍ່​ມີ​ສະ­ຫຼາກ​ເປັນ​ພາ­ສາ​ລາວ ບໍ່​ມີ​ຄຳ­ເຕືອນ​ສຸ­ຂະ­ພາບ​ດ້ວຍ​ຮູບ​ພາບ ຂະ­ໜາດ 75% ແລະ ສະ­ແຕັມ​ພາ­ສີ ທີ່​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ສິ່ງ­ແວ­ດລ້ອມ ໄດ້​ລົງ​ກວດ­ກາ​ຢູ່​ຕາມ​ຫ້າງ​ຮ້ານ​ຕ່າງໆ ແຕ່​ວັນ​ທີ 16 ກັນ­ຍາ-9 ຕຸ­ລາ 2019 ສາ­ມາດ​ພົບ​ເຫັນ​ຜູ້​ລະ­ເມີດ 7 ຄົນ ກັກ​ຢາ­ສູບ​ນອກ​ລະ­ບົບ ໄດ້ 48 ແກັດ ແລະ 62 ຕຸດ ມູນ​ຄ່າ​ເກືອບ 200 ລ້ານ​ກີບ.

ເພື່ອ​ຜັນ​ຂະ­ຫຍາຍ​ເນື້ອ​ໃນ​ນິ­ຕິ​ກຳ​ທີ່​ກ່ຽວ­ຂ້ອງ ກັບ​ການ​ຄວບ​ຄຸມ​ຢາ­ສູບ​ໃຫ້​ຜູ້​ປະ­ກອບ​ການ ພະ­ນັກ­ງານ ປະ­ຊາ­ຊົນ​ທຸກ​ພາກ­ສ່ວນ​ໃຫ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ຜະ­ລິດ​ຕະ​ພັນ​ຢາ­ສູບ​ຜິດ​ກົດ­ໝາຍ ໂດຍ​ສະ­ເພາະ​ຢາ­ສູບ​ທີ່​ລັກ­ລອບ​ນຳ​ເຂົ້າ​ໂດຍ​ບໍ່​ໄດ້​ເສຍ​ພາ­ສີ-ອາ­ກອນ ແລະ ບໍ່​ມີ​ຄຳ­ເຕືອນ​ສຸ­ຂະ­ພາບ​ຢູ່​ຊອງ­ຢາ​ສູບ ເຊິ່ງ​ການ​ລະ­ເມີດ​ດັ່ງ­ກ່າວ ເປັນ​ການ​ລະ­ເມີດ​ກົດ­ໝາຍ ລັດ​ຖະ​ດຳ­ລັດ ແລະ ລະ­ບຽບ​ການ​ຕ່າງໆ ທີ່​ຕິດ​ພັນ​ກັບ​ວຽກ​ງານ​ການ​ຄວບ​ຄຸມ​ຢາ­ສູບ ເຊິ່ງ​ຢາ­ສູບ​ທີ່​ນຳ​ເຂົ້າ​ທີ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ຕ້ອງ​ຕິດ​ສະ­ແຕັມ​ພາ­ສີ-ອາ­ກອນ ມີ​ຄຳ­ເຕືອນ​ສຸ­ຂະ­ພາບ​ດ້ວຍ​ຮູບ​ພາບ​ກວມ 75% ມີ​ສະ­ຫຼາກ​ເປັນ​ພາ­ສາ​ລາວ​ໃສ່​ວັດ­ຖຸ​ຫຸ້ມ​ຫໍ່​ຜະ­ລິດ​ຕະ​ພັນ​ຢາ­ສູບ ແລະ ຢາ­ສູບ​ທີ່​ລັກ­ລອບ​ນຳ​ເຂົ້າ​ຜິດ​ກົດ­ໝາຍ ໂດຍ​ທີ່​ບໍ່​ໄດ້​ເສຍ​ພາ­ສີ-ອາ­ກອນ ແລະ ບໍ່​ໄດ້​ຮັບ​ອະ­ນຸ­ຍາດ ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ ເປັນ​ການ​ກະ­ທຳ​ຜິດ​ຕໍ່​ປະ­ມວນ​ກົດ­ໝາຍ​ອາ­ຍາ ເລກ​ທີ 118/ປປທ ລົງ​ວັນ​ທີ 26 ມິ­ຖຸ­ນາ 2015 ມາດ­ຕາ 248 ຜູ້​ກະ­ທຳ​ຜິດ​ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ 3 ເດືອນ-3 ປີ ແລະ ຈະ​ຖືກ​ປັບ​ໃໝ 1-10 ລ້ານ​ກີບ ໃນ​ກໍ­ລະ­ນີ​ທຳ​ຜິດ​ເປັນ​ອາ­ຈີນ ມີ​ການ­ຈັດ­ຕັ້ງ​ເປັນ​ກຸ່ມ ຈະ​ຖືກ​ຕັດ​ອິດ​ສະ­ລະ​ພາບ 1-5 ປີ ແລະ ຈະ​ຖືກ​ປັບ​ໃໝ 3-20 ລ້ານ​ກີບ.

ສຳ­ລັບ​ຜູ້​ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ຢາ­ສູບ​ທີ່​ນຳ​ເຂົ້າ​ໂດຍ​ຜິດ​ກົດ­ໝາຍ ຢາ­ສູບ​ທີ່​ບໍ່​ຕິດ​ສະ­ແຕມ​ພາ­ສີ-ອາ ກອນ ແລະ ບໍ່​ມີ​ຕຳ​ເຕືອນ​ສຸ­ຂະ­ພາບ ເປັນ​ການ​ລະ­ເມີດ​ກົດ­ໝາຍ ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ­ສູບ ດຳ­ລັດ​ວ່າ​ດ້ວຍ​ການ​ພິມ​ຄຳ­ເຕືອນ​ສຸ­ຂະ­ພາບ​ໃສ່​ວັດ­ຖຸ​ຫຸ້ມ​ຫໍ່​ຜະ­ລິດ​ຕະ​ພັນ​ຢາ­ສູບ ຈະ​ໄດ້​ຖືກ​ນຳ​ໃຊ້​ມາດ​ຕະ­ການ​ຕາມ​ດຳ­ລັດ​ວ່າ​ດ້ວຍ​ການ​ປັບ​ໃໝ ແລະ ນຳ​ໃຊ້​ມາດ​ຕະ­ການ​ອື່ນ​ຕໍ່​ຜູ້​ລະ­ເມີດ​ກົດ­ໝາຍ ແລະ ລະ­ບຽບ​ການ​ກ່ຽວ​ກັບ​ການ​ຄວບ​ຄຸມ​ຢາ­ສູບ ຈິ່ງ​ຮຽກ­ຮ້ອງ​ມາ​ຍັງ​ທຸກ​ພາກ­ສ່ວນ​ມີ​ສະ­ຕິ ເຄົາ­ລົບ​ກົດ­ໝາຍ ແລະ ບໍ່​ສົ່ງ­ເສີມ​ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ.

ແຫຼ່ງຂໍ້ມູນ: Vientiane Mai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.