Saturday, July 19, 2025
Kbank Laos โอน รับ จ่าย

ແຂວງຈຳປາສັກ ຄຶກຄັກ!!! ນໍາເຂົ້າ-ສົ່ງອອກສິນຄ້າ ມູນຄ່າເພີ່ມຂຶ້ນເກືອບ 10%

ເຖິງແມ່ນວ່າສະພາບເສດຖະກິດໂດຍລວມຂອງແຂວງຈໍາປາສັກ ຈະມີການຂະຫຍາຍຕົວຊ້າລົງຈາກປີຜ່ານໆ ມາຍ້ອນບາງຂະແໜງການມີຄວາມອີ່ມຕົວບວກກັບຜົນກະ ທົບຈາກໄພທຳມະຊາດແຕ່ສໍາລັບບັນຍາກາດການນໍາເຂົ້າ ແລະສົ່ງອອກສິນຄ້າຂອງແຂວງຍັງຄົງສືບຕໍ່ຄຶກຄັກໃນລະດັບດີມູນຄ່າການນໍາເຂົ້າ ແລະສົ່ງອອກໃນ 9 ເດືອນປີ 2019 ບັນລຸແຜນການທີ່ ກໍານົດໄວ້ ຫຼືເພີ່ມຂຶ້ນຈາກປີກ່ອນເກືອບ 10%.

ອີງຕາມບົດລາຍງານແຜນພັດທະນາວຽກງານອຸດສາຫະກໍາປຸງແຕ່ງ ແລະການຄ້າປະຈໍາເດືອນ 9 ແລະທິດທາງ 3 ເດືອນທ້າຍປີ 2019 ຮູ້ວ່າ: ຜ່ານການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຕິດແທດຈາກອົງການປົກຄອງແຂວງ, ກໍ່ຄືກະຊວງອຸດສາຫະກໍາ ແລະການຄ້າ, ສາມາດຈັດຕັ້ງປະຕິບັດວຽກງານການນໍາເຂົ້າ ແລະສົ່ງອອກໄປຕາມແຜນການທີ່ກໍານົດໄວ້.

ສະເພາະການນໍາເຂົ້າສິນຄ້າໃນປີນີ້ທັງໝົດສາມາດບັນລຸໄດ້ແລ້ວ 207 ລ້ານກວ່າໂດລາທຽບໃສ່ໄລຍະດຽວກັນຂອງປີກ່ອນເພີ່ມຂຶ້ນ 9% ແລະທຽບໃສ່ແຜນປີປະຕິບັດໄດ້ 68%, ໃນນັ້ນສິນຄ້ານໍາເຂົ້າມາຂາຍມີມູນຄ່າ 128 ລ້ານກວ່າໂດລາເພີ່ມຂຶ້ນ 17%, ທຽບໃສ່ແຜນປີປະຕິບັດໄດ້ 77% ແລະກວມເອົາ 62% ຂອງການນໍາເຂົ້າທັງໝົດ, ສິນຄ້າລັດຖະບານຄຸ້ມຄອງມີມູນຄ່າ 78 ລ້ານກວ່າໂດລາ, ທຽບໃສ່ໄລຍະດຽວກັນຫຼຸດລົງ 2%, ທຽບໃສ່ແຜນປີປະຕິບັດໄດ້ 58%, ການນໍາເຂົ້າສິນຄ້າຈາກນອກກຸ່ມອາຊຽນມີມູນຄ່າ 41 ລ້ານກວ່າໂດລາ.

ສໍາລັບລວມຍອດມູນຄ່າການສົ່ງອອກສິນຄ້າທັງໝົດແມ່ນບັນລຸໄດ້ 217 ລ້ານ ກວ່າໂດລາທຽບໃສ່ໄລຍະດຽວກັນຂອງປີກ່ອນເພີ່ມຂຶ້ນ 9%, ທຽບໃສ່ແຜນປີປະຕິບັດໄດ້ 71%, ສາເຫດທີ່ເຮັດໃຫ້ມູນຄ່າການສົ່ງອອກເພີ່ມຂຶ້ນຍ້ອນປີນີ້ມີການສົ່ງອອກສິນຄ້າທີ່ນອນໃນໂຄງການ ContactFraming ເພີ່ມຂຶ້ນ, ປະກອບມີການສົ່ງອອກສິນຄ້າກະສີກໍາ (ວັດຖຸດິບ) ບັນລຸ 133 ລ້ານກວ່າໂດລາ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 5%, ທຽບໃສ່ແຜນປີປະຕິບັດໄດ້ 71% ແລະກວມເອົາ 61% ຂອງການສົ່ງອອກທັງໝົດ.

ແຫຼ່ງຂໍ້ມູນ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.