Friday, March 21, 2025

ທຳລາຍສິນຄ້າປົນເປື້ອນ ມີສານຕົກຄ້າງ ທີ່ນຳເຂົ້າຈາກປະເທດເພື່ອນບ້ານ

ທີ່​ສູນ​ກັກ​ກັນ​ພືດ ພະ​ແນກ​ສືບ­ສວນ-ສອບ​ສວນ ແລະ ປາບ​ປາມ​ການ​ລັກ­ລອບ​ໜີ​ພາ­ສີ ກົມ​ພາ­ສີ ກະ­ຊວງ​ການ​ເງິນ ຈັດ​ພິ­ທີ​ທຳ­ລາຍ​ສິນ­ຄ້າ​ປົນ​ເປື້ອນ​ສານ​ຕົກ​ຄ້າງ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ ປະ­ເທດ​ດ້ວຍ​ການ​ຝັງ​ດິນ ມີ​ທ່ານ ປານ​ມະ​ໄລ ຫຼວງ​ສຸ­ວັນ ຮອງ​ຫົວ­ໜ້າ​ພະ​ແນກ​ສືບ­ສວນ-ສອບ​ສວນ ແລະ ປາບ​ປາມ​ການ​ລັກ­ລອບ​ໜີ​ພາ­ສີ ພ້ອມ​ດ້ວຍ​ພະນັກ­ງານ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ

ສິນ­ຄ້າ​ທີ່​ນຳ​ມາ​ທຳ­ລາຍ​ຄັ້ງ​ນີ້ ແມ່ນ​ໝາກ​ເລັ່ນ​ນ້ອຍ 100 ກະ­ຕ່າ ເທົ່າ​ກັບ 1 ໂຕນ ມູນ​ຄ່າ 4.500.000 ກີບ ທີ່​ນຳ​ມາ​ຈາກ​ປະ­ເທດ​ໃກ້​ຄຽງ ໂດຍ​ອີງ​ຕາມ​ຜົນ​ການ​ວິ­ໄຈ​ຂອງ​ສູນ​ປ້ອງ​ກັນ​ພືດ ກົມ​ປູກ­ຝັງ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້.

ເຫັນ​ວ່າ ສິນ­ຄ້າ​ຈຳ­ນວນ​ດັ່ງ­ກ່າວ​ມີ​ສານ​ຕົກ​ຄ້າງ​ເກີນ​ຄ່າ​ທີ່​ກຳ­ນົດ​ໄວ້ ແລະ ບໍ່​ສາ­ມາດ​ບໍ­ລິ­ໂພກ​ໄດ້ ສິນ­ຄ້າ​ດັ່ງ­ກ່າວ​ແມ່ນ​ຢຶດ​ໄດ້​ຢູ່​ຈຸດ​ປະ­ສານ​ງານ​ພາ­ສີ​ບ້ານ​ໃໝ່ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ເວ­ລາ 21:00 ໂມງ ວັນ​ທີ 8 ຕຸ­ລາ 2019 ໂດຍ​ແມ່ນ​ທ້າວ ທິດ​ເພັງ ເທບ​ພະ​ວົງ ອາ­ຍຸ 22 ປີ ບ້ານ​ໂນນ​ສະ­ອາດ ເມືອງ​ໄຊ​ທາ­ນີ ເປັນ​ຜູ້­ນຳ​ເຂົ້າ ຫຼັງ​ຈາກ​ນັ້ນ ເຈົ້າ​ໜ້າ­ທີ່​ກໍ​ໄດ້​ເຮັດ​ບົດ​ບັນ­ທຶກ​ກັບ​ຜູ້­ກ່ຽວ​ເພື່ອ​ດຳ­ເນີນ​ຄະ­ດີ​ທາງ​ພາ­ສີ.

ໃນ​ໄລ­ຍະ​ຜ່ານ​ມາ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ຕິດ­ຕາມ ກວດ­ກາ​ການ​ນຳ​ເຂົ້າ​ສິນ­ຄ້າ​ປະ­ເພດ​ຕ່າງໆ​ຈາກ​ຕ່າງ­ປະ­ເທດ ທັງ​ນີ້ ເພື່ອ​ປົກ​ປ້ອງ​ຜູ້​ບໍ­ລິ­ໂພກ ກໍ​ຄື ສັງ­ຄົມ​ໃຫ້​ໄດ້​ບໍ­ລິ­ໂພກ​ສິນ­ຄ້າ​ທີ່​ໄດ້​ມາດ­ຕະ­ຖານ​ຖືກຕ້ອງ​ຕາມ​ສຸ­ຂະນາ​ໄມ ແລະ ເຮັດ​ໃຫ້­ການ​ນຳ​ເຂົ້າ​ສິນ­ຄ້າ​ໄປ​ຕາມ​ຂັ້ນ​ຕອນ​ລະ­ບຽບ​ການ​ຕ່າງໆ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່