Wednesday, July 9, 2025
Kbank Laos โอน รับ จ่าย

ສະຫາຍເລຂາທິການໃຫຍ່ ເນັ້ນໜັກໃຫ້ຊາວ​ໜຸ່ມ-ເຍົາວະ​ຊົນ ໃຫ້​ເປັນ​ຜູ້​ສືບ​ທອດ​ທີ່​ດີ ປະກອບສ່ວນ​ພັດທະນາ​ປະເທດ​ຊາດ

 ພິທີ​ປິດ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ປະຊາຊົນ ປະຕິບັດ​ລາວ ຄັ້ງ​ທີ 5 ສະໄໝ​ທີ VII ຈັດ​ຂຶ້ນ​ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ເປັນ​ປະທານ​ຂອງ​ທ່ານ ອາ​ລຸນ​ໄຊ ສູນ​ນະລາດ ເລຂາ​ຄະນະ​ບໍລິຫານ​ງານ ​ສຊປລ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະເທດ ມີ​ຮອງ​ເລຂາ ​ສຊປລ ຫົວໜ້າ ຮອງ​ຫົວໜ້າ​ຫ້ອງການ ຕາງໜ້າ​ອົງ​ການຈັດຕັ້ງ​ມະຫາຊົນ ພ້ອມ​ດ້ວຍ​ຂະແໜງການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໃນ​ກອງ​ປະຊຸມ​ໄດ້​ສຸມ​ໃສ່​ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ແລະ ຕົກລົງ​ເປັນ​ເອກະ​ພາບ ບັນດາ​ເນື້ອ​ໃນ​ບົດ​ສະຫຼຸບ ເຊື່ອມ​ຊຶມ​ບົດ​ແນະນຳ​ການ​ຍ້ອງຍໍ​ການຈັດຕັ້ງ​ຊາວ​ໜຸ່ມ-ເຍົາວະ​ຊົນ​ໃນ​ໄລຍະ​ໃໝ່ ຜ່ານ​ບົດ​ສຳ​ຫຼວດ​ການ​ນຳພາ​ລວມ ຜ່ານ​ຮ່າງ​ແຜ່ນ​ພັດທະນາ​ຊາວ​ໜຸ່ມ-ເຍົາວະ​ຊົນ 5 ປີ ຄັ້ງ​ທີ II (2020-2025)

ຜົນສຳເລັດ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ເປັນ​ການ​​ຢັັ້ງ​ຢືນ​ເຖິງ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ ແລະ ຄວາມ​ຮັບຜິດຊອບ​ການເມືອງ ຂອງ​ບັນດາ​ຜູ້​ແທນ​ກອງ​ປະຊຸມ ຜ່ານ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຢ່າງ​ກົງ​ໄປ​ກົງ​ມາ ມີ​ເຫດຜົນ ພາວະ​ວິໄສ ເພື່ອ​ເສີມ​ຂະຫຍາຍ​ບົດຮຽນ​ອັນ​ດີ ແລະ ປັບປຸງ​ແກ້​ໄຂ​ຂໍ້ຄົງຄ້າງ ຈາກ​ການຈັດຕັ້ງ​ປະຕິບັດ​ບັນດາ​ໂຄງການ ກິດຈະກຳ​ກ່ຽວ​ກັບ ຊາວ​ໜຸ່ມ-ເຍົາວະ​ຊົນ ທີ່​ຜ່ານ​ມາ

ແນໃສ່​ເພື່ອ​ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ຄັ້ງ​ທີ VII ໃນ​ໄລຍະ​ທ້າຍ​ສະໄໝ​ໃຫ້​ສຳເລັດ​ຜົນ ພ້ອມ​ທັງ​ເປັນ​ການ​ກະກຽມ​ຄວາມ​ພ້ອມ​ຮອບດ້ານ ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ຄັ້ງ​ທີ VIII ທີ່​ຈະ​ມາ​ເຖິງ ນອກຈາກ​ນີ້ ທ່ານ ອາ​ລຸນ​ໄຊ ສູນ​ນະ ລາດ ກໍ​ໄດ້​ລາຍ​ງານ​ສະພາບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຊາວ​ໜຸ່ມ ຕະຫຼອດ​ໄລຍະ​ຜ່ານ​ມາ​ໃຫ້​ປະທານ​ປະເທດ​ຊາບ.

ໂອກາດ​ດັ່ງກ່າວ ທ່ານ ບຸນ​ຍັງ ວໍລະ​ຈິດ ກໍ​ໄດ້​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້ ກ່ອນ​ອື່ນ​ທ່ານ​ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້ ຕ້ອງ​ເອົາໃຈໃສ່​ຕໍ່​ບັນຫາ​ການ​ຍົກ​ລະດັບ​ຄຸນ​ນະ​ພາບ​ຂອງ​ສະມາຊິກ​ຊາວ​ໜຸ່ມ ຜ່ານ​ຂະ​ບວນ​ແຂ່ງຂັນ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ຂອງ​ຕົນ​ຢ່າງ​ຕັ້ງໜ້າ ແລະ ເອົາ​ຈິງ​ເອົາ​ຈັງ ສ້າງ​ໃຫ້​ພະນັກງານ​ຊາວ​ໜຸ່ມ​ໜັກ​ແໜ້ນ ເປັນ​ແບບຢ່າງ​ທາງ​ດ້ານ​ແນວ​ຄິດ ແລະ ການ​ກະທຳ ຕ້ອງ​ມີ​ແນວ​ຄິດ ເບິ່ງ​ກວ້າງ​ເຫັນ​ໄກ ເປັນ​ແບບຢ່າງ​ຫ້າວຫັນ​ນຳ​ໜ້າ​ໃນ​ທຸກ​ວຽກ​ງານ

ມີ​ຄວາມ​ຮູ້​ຄວາມ​ສາມາດ ແລະ ທັກ​ສະ​ດ້ານ​ຕ່າງໆ​ທີ່​ແນ່ນອນ ທັງ​ຕ້ອງ​ຮູ້​ພາສາ​ຕ່າງປະເທດ​ໃດ​ໜຶ່ງ​ທີ່​ແນ່ນອນ ຮູ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ ຕ້ອງ​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ຄະນະ​ຊາວ​ໜຸ່ມ​ແຕ່​ລະ​ຂັ້ນ ແຕ່​ລະ​ຂະແໜງການ ແລະ ທ້ອງຖິ່ນ​ຕ້ອງ​ຕັ້ງໜ້າ​ນຳພາ​ສະມາຊິກ​ຊາວ​ໜຸ່ມ ເຂົ້າ​ໃນ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ໃນ​ທຸກ​ວຽກ​ງານ​ຂອງ​ຊາດ​ໃນ​ຫຼາຍ​ຂະແໜງການ​ສາຂາ​ວິຊາ​ອາຊີບ ໃນ​ຫຼາຍ​ລະດັບ ຫຼາຍ​ສີສັນ ຮູບ​ແບບ​ໂດຍ​ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ທ້ອງຖິ່ນ ຂະແໜງການ ຮາກ​ຖານ​ຂອງ​ຕົນ ເຮັດ​ໃຫ້​ທຸກ​ການເຄື່ອນໄຫວ​ຂອງ​ຊາວ​ໜຸ່ມ​ມີ​ຊີວິດ​ຊີວາ ທັງ​ນຳ​ເອົາ​ຜົນ​ປະໂຫຍດ​ຕົວ​ຈິງ​ມາສູ່​ເຂົາເຈົ້າ ສັງຄົມ ແລະ ປະເທດ​ຊາດ

ອັນ​ສຳຄັນ​ເປັນ​ພິເສດ ແມ່ນ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ຕ້ອງ​ມີ​ການ​ປ່ຽນແປງ​ໃໝ່​ຕົນ​ເອງ ທາງ​ດ້ານ​ແບບແຜນ​ວິທີ​ເຮັດ​ວຽກ​ກັບ​ຊາວ​ໜຸ່ມ ກັບ​ມະຫາຊົນ ວິທີ​ການ​ປຸກລະດົມ​ຂົນຂວາຍ ແລະ ຊ່ວຍເຫຼືອ​ເຂົາເຈົ້າ ທົບ​ທວນ​ການ​ແບ່ງ​ງານ​ໃຫ້​ໄປ​ສູ່​ລະບອບ​ຄວາມ​ຮັບຜິດຊອບ ອາດ​ແບ່ງ​ເປັນ​ກຸ່ມ​ຕາມ​ອາຊີບ​ຂອງ​ຊາວ​ໜຸ່ມ ປ່ຽນແປງ​ເນື້ອ​ໃນ ແລະ ແບບ​ວິທີ​ການເຄື່ອນໄຫວ​ໃຫ້​ແທດເໝາະ​ກັບ​ຕົວ​ຈິງ ແລະ ກຸ່ມ​ເປົ້າ​ໝາຍ​ຊາວ​ໜຸ່ມ​ທີ່​ຫຼາກ​ຫຼາຍ ອົງ​ການຈັດຕັ້ງ​ມະຫາຊົນ ແລະ ສັງຄົມ

ຕ້ອງ​ພ້ອມພຽງ​ກັນ​ສ້າງ​ຊາວ​ໜຸ່ມ ເຍົາວະ​ຊົນ ເຮັດ​ແນວໃດ​ໃຫ້​ຮຸ່ນ​ຄົນ​ເຫຼົ່າ​ນີ້​ມີ​ຄຸນສົມບັດ ມີ​ຄວາມ​ສາມາດ ແລະ ເປັນ​ເຈົ້າ​ການ ປະກອບສ່ວນ​ພັດທະນາ​ປະເທດ​ຢ່າງ​ແຂງແຮງ ເພື່ອ​ຈະ​ກາຍເປັນ​ຜູ້​ສືບ​ທອດ​ແຫ່ງ​ຍຸກ​ສະໄໝ ສົມ​ກັບ​ຄຳ​ຂະໜານ​ນາມ ປະທານ ໄກສອນ ພົມວິຫານ ທີ່​ວ່າ “ຊາວ​ໜຸ່ມ​ຈົ່ງ​ເປັນ​ດັ່ງ​ນົກ​ອີນ​ຊີ​ທີ່​ບໍ່​ຫັ່ວນ​ກົວ​ຕໍ່​ພາຍຸ​ລົມແດງ ຈົ່ງ​ກາຍເປັນ​ສິນ​ໄຊ​ແຫ່ງ​ຍຸກ​ສະໄໝ​ພວກ​ເຮົາ ” ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.