Friday, November 7, 2025
Kbank Laos โอน รับ จ่าย

ບຸນທາດຫລວງປີນີ້! ຕຳຫຼວດຈະລາຈອນ ຄຸມເຂັ້ມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ

ໃນງານບຸນນະມັດສະການພະທາດຫລວງວຽງຈັນ ໃນປີ 2019, ພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ, ຈະວາງກໍາລັງຄຸມເຂັ້ມຮັກສາຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພ ຮອບດ້ານໃຫ້ແກ່ການນຳພັກ-ລັດ ແລະ ມວນຊົນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຫລີ້ນບຸນປະເພນີຂອງຊາດລາວເຮົາ ໃຫ້ມີຄວາມເບີກບານມ່ວນຊື່ນ ເຕັມໄປດ້ວຍຄວາມສະຫງົບ, ປອດໄພທາງດ້ານຊີວິດ ແລະ ຊັບສິນ, ທັງເຮັດໃຫ້ການສັນຈອນ ມີຄວາມສະດວກ ແລະ ຄ່ອງຕົວ.

ທ່ານ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກຕ່ຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ກ່າວວ່າ:

ເພື່ອເຮັດໃຫ້ງານບຸນນະມັດສະການພະທາດຫລວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າລາວ-ໄອເຕັກ ປະຈຳປີ 2019 ມີບັນຍາການອັນເບີກບານມ່ວນຊື່ນ, ຮັບປະກັນຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພ ພະແນກຕໍ່າຫລວດຈະລາຈອນ ວາງແຜນຈັດກຳລັງປ້ອງກັນ ແລະ ອຳນວຍຄວາມສະດວກ ຢູ່ຕາມເສັ້ນທາງສາຍຕ່າງໆ ເປັນຕົ້ນ ຖະໜົນໄກສອນພົມວິຫານ, ຖະໜົນໂພນໄຊ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນ T4, ຖະໜົນທາດຫລວງ, ຖະໜົນກຳແພງເມືອງ ແລະ ຖະໜົນສາຍອື່ນໆ ແນໃສ່ເຮັດໃຫ້ການສັນຈອນໄປ-ມາ ຂອງມວນຊົນ ມີຄວາມປອດໄພ ແລະ ສະດວກສະບາຍ.

ພາບປະກອບ

ສຳລັບການນຳໃຊ້ເສັ້ນທາງໃນໄລຍະຈັດງານບຸນ ລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງ ຈະໄປເສັ້ນທາງ 13 ໃຕ້ ມາຮອດ 3 ແຍກດົງໂດກ ໃຫ້ລ້ຽວຊ້າຍໄປຕາມເສັ້ນທາງໜອງບຶກ ຮອດໄຟອຳນາດດົງໂດກ ໃຫ້ລ້ຽວຊ້າຍໄປຕາມຈຸດປະສົງ, ສະເພາະລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປຂົວມິດຕະພາບ ໃຫ້ໃຊ້ເສັ້ນທາງໜອງບຶກ ຫາ ດົງໂດກ ອອກໃສ່ເສັ້ນ ທາງ 450 ປີ ໄປຫາຂົວມິດຕະພາບ, ລົດບັນທຸກທີ່ມາແຕ່ຂົວມິດຕະພາບ ມີຈຸດປະສົງໄປເສັ້ນທາງ 13 ໃຕ້ ໃຫ້ໃຊ້ເສັ້ນທາງ 450 ປີ ມາຮອດ 4 ແຍກໄຟອຳນາດດົງໂດກ ໃຫ້ລ້ຽວຂວາໄປທາງດອນໜູນ, ພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້, ເສັ້ນທາງເລກທີ 10 ຫລື ເສັ້ນທາງດອນໜູນ, ເສັ້ນທາງໄກສອນ ຖ້າບໍ່ມີຈຸດປະສົງມາທ່ຽວບຸນ ມາຮອດໄຟອຳນາດໜອງໜ່ຽງ ໃຫ້ລ້ຽວຊ້າຍ ໄປຕາມເສັ້ນທາງບ້ານໜອງໜ່ຽງ ອອກໃສ່ບ້ານວັງຊາຍໄປຕາມຈຸດປະສົງ ຫລື ລ້ຽວຂວາອອກໃສ່ເສັ້ນທາງໂຮງໝໍ 150 ຕຽງ.

ພາບປະກອບ

ສ່ວນລົດຂົນສົ່ງມວນຊົນ, ລົດຕຸກໆ, ຈ່ຳໂບ, ລົດໂດຍສານ ແມ່ນອະນຸຍາດໃຫ້ຈອດຊົ່ວຄາວ ເພື່ອສົ່ງຄົນໂດຍ ສານຕາມຈຸດທີ່ໄດ້ກຳນົດໄວ້ ເຊັ່ນ: ເສັ້ນທາງຊ້າງເຜືອກ ເຂດບ້ານຮ່ອງໄກແກ້ວ, ຕະຫລາດທາດຫລວງ, ສີສັງວອນ, ໂພນໄຊ, ປະຕູໄຊ, ໂພນສະອາດ ແລະ ຮ່ອມໂຮງຮຽນມັດທະຍົມ ໜອງສ້າງທໍ່.

ສະເພາະລົດໃຫຍ່, ລົດຈັກ, ລົດຖີບ, ລົດສາມລໍ້ ທີ່ມີຈຸດປະສົງໄປທ່ຽວງານບຸນ ທາດຫລວງ ແລະ ງານວາງສະແດງສິນຄ້າ ຢູ່ສູນການຄ້າລາວ-ໄອເຕັກ ໃຫ້ຈອດຕາມສະຖານທີ່ຈອດລົດທີ່ທາງຄະນະກຳມະການຈັດງານກຳນົດໄວ້.

ແຫຼ່ງຂໍ້ມູນ: Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.