Thursday, March 20, 2025

ຮອງນາຍົກ ສະແດງຄວາມຊົມເຊີຍທຸກພາກສ່ວນ ເອົາໃຈໃສ່ຟື້ນຟູຫລັງໄພພິບັດ

ພາບປະກອບ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ວ່າການລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ທັງເປັນປະທານຄະນະສະເພາະກິດເພື່ອແກ້ໄຂໄພພິບັດລະດັບຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນ, ລວມທັງອຳນາດການປົກຄອງ ເມືອງສະໜາມໄຊ ແຂວງອັດຕະປື ແລະ ບັນດາບ້ານທີ່ກ່ຽວຂ້ອງ.

ທີ່ໄດ້ເອົາໃຈໃສ່ໃນການແກ້ໄຂ ແລະ ຟື້ນຟູ ພາຍຫລັງເກີດໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ຕະຫລອດໄລຍະ 1 ປີທີ່ຜ່ານມາ ເຊິ່ງມີຜົນສຳເລັດໃນຫລາຍໆດ້ານ ແລະ ຊີວິດການເປັນຂອງປະຊາຊົນ ດີຂຶ້ນເທື່ອລະກ້າວ.

ທ່ານ ສອນໄຊ ສີພັນດອນ ກ່າວໃນກອງປະຊຸມລາຍງານຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູຫລັງໄພພິບັດ ເຊິ່ງຈັດຂຶ້ນໃນວັນທີ 1 ພະຈິກ 2019 ທີ່ແຂວງອັດຕະປື ວ່າ:

ນັບຕັ້ງແຕ່ເກີດເຫດຄູກັ້ນນ້ຳຂອງສັນເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍລະກົດ 2018 ເປັນຕົ້ນມາ ທຸກຄົນ, ທຸກພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ພ້ອມກັນເອົາໃຈໃສ່ສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາ ເພື່ອແກ້ໄຂບັນຫາຕ່າງໆຈົນໄດ້ຮັບຜົນສຳເລັດ ເປັນຕົ້ນແມ່ນ ການຈັດສັນທີ່ຢູ່ອາໄສຊົ່ວຄາວ, ວຽກງານນະໂຍບາຍ, ການຊ່ວຍເຫລືອບັນເທົາທຸກ, ການສົງເຄາະ, ການຈັດສັນອາຊີບ ແລະ ການຊົດເຊີຍຕ່າງໆ.

ແຫຼ່ງຂໍ້ມູນ: Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.