Sunday, January 19, 2025

ສຸດຍອດ!!! ຢູ 19 ລາວ ທະລຸເຂົ້າຮອບສຸດທ້າຍບານເຕະຊິງແຊ້ມອາຊີ 2020 ເປັນທີ່ຮຽບຮ້ອຍ!

ຫຼັງຈາກທີ່ ນັດທີ 1 ວັນທີ 06 ພະຈິກ 2019 ລາວ ສະເຫມີ ອົດສະຕຣາລີ 2-2 ແລະ ນັດທີ 2 ວັນທີ 08 ພະຈິກ 2019 ລາວ ຊະນະ ໄຕ້ຫວັນ 2-1 ຫຼ້າສຸດໃນວັນອາທິດ 10 ພະຈິກ 2019 ແຂ່ງຂັນຢູ່ທີ່ສະຫນາມກິລາ National Stadium (Kaohsiung City), CHINESE TAIPEI ທີມຊາດລາວ ລົງສະຫນາມນັດສຸດທ້າຍ ພົບ ທີມຊາດມາເກົາ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ກຸ່ມ H.

ຜ່ານການແຂ່ງຂັນຜົນປະກົດວ່າ: ທີມຊາດລາວ ຖະຫລົ່ມ ມາເກົາ 6-0 ໂດຍທີມຊາດລາວ ໄດ້ 3 ປະຕູ ເຄິ່ງເວລາທຳອິດ ຈາກສະກັດບານເຂົ້າປະຕູຕົນເອງ 2 ປະຕູຈາກ ນັກເຕະ ມາເກົາ CHEANG KA LOK ນາທີ 17, LOU CHON HEI ນາທີ 45+1 ແລະ ທີມຊາດລາວໄດ້ 1 ປະຕູຈາກ ອານັນຕະຊາ ສີພົງພັນ ນາທີ 42, ສ່ວນເຄິ່ງເວລາທີມຊາດລາວ ໄດ້ເພີ້ມອີກ 3 ປະຕູຈາກ ໂຈນີ ແຫວນປະເສີດ ນາທີ 53, 85 ແລະ ອານັນຕະຊາ ສີພົງພັນ ນາທີ 82. ຈົບເກມ ທີມຊາດລາວ ຖະຫລົ່ມ ມາເກົາ 6-0.ຈາກໄຊຊະນະດັ່ງກ່າວເຮັດໃຫ້ ທີມຊາດລາວ ຢູ 19 ສ້າງປະຫວັດສາດຜ່ານເຂົ້າຮອບສຸດທ້າຍທີ່ປະເທດ ອຸເບກິສຖານ, ສ່ວນ ອົດສະຕຣາລີ ຖະຫຼົ່ມ ເຈົ້າພາບ ໄຕ້ຫວັນ 5-0.

ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດລາວ ລົງສະຫນາມ 3 ນັດ ຊະນະ 2 ສະເຫມີ 1 ມີ 7 ຄະແນນ ເທົ່າກັບ ອົດສະຕຣາລີ ແຕ່ອົດສະຕຣາລີ ມີຜົນປະຕູໄດ້ເສຍດີກວ່າ ຜ່ານເຂົ້າຮອບສຸດທ້າຍໃນຖານະແຊ້ມກຸ່ມ, ສ່ວນ ຢູ 19 ລາວກໍ່ກາຍເປັນທີມອັນດັບ 2 ດີທີ່ສຸດເປັນທີ່ແນ່ນອນແລ້ວ ເນື່ອງຈາກມີ 7 ຄະແນນເທົ່າກັບ ທີມນໍາກຸ່ມຢ່າງ ອົດສະຕຣາລີ ຜ່ານເຂົ້າຮອບສຸດທ້າຍໄດ້ຢ່າງເປັນທາງການ.

ແຫຼ່ງຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: