Saturday, April 26, 2025
Kbank Laos โอน รับ จ่าย

ສຕລ ອັດສີດເງິນ ຈຳນວນ 100.000.000 ກີບ ໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ຮຸ່ນອາຍຸບໍ່ເກີນ 19

ຄະນະປະທານ ສະຫະພັນບານເຕະແຫ່ງຊາດ ໄດ້ໂອ້ລົມ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປິ ທີ່ ສ້າງຜົນງານໄດ້ໂດດເດັ່ນຜ່ານເຂົ້າຮອບສຸດທ້າຍ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ກຸ່ມ H ຫລື AFC U-19 CHAMPIONSHIP 2020, Qualifiers ເຊິ່ງທີມອັນດັບ 2 ທີ່ມີຄະແນນດີທີ່ສຸດ.

ໂດຍ ທ່ານ ວິເພັດ ສີຫາຈັກຣ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຄູຝຶກ ແລະ ນັກກິລາ ທີ່ໄດ້ສ້າງຜົນງານກຽດຊື່ສຽງໃຫ້ກັບປະເທດຊາດ ໂດຍທາງ ສຕລ ແມ່ນໄດ້ມອບເງິນອັດສີດຈຳນວນ 100.000.000 ກີບ ໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ເພື່ອເປັນຂວັນກຳລັງໃຈ ທີ່ສາມາດຜ່ານເຂົ້າຮອບສຸດທ້າຍ ເຊິ່ງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແມ່ນຈະໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ວັນທີ 06 ມັງກອນ 2020 ເປັນຕົ້ນໄປ.

ຫລັງຈາກນັ້ນ ທ່ານ ປະສິດ ສຸພາບ ຮອງປະທານ ສຕລ ໄດ້ນຳພາຄະນະຄູຝຶກ ແລະ ນັກກິລາ ໄປກາບໄຫວ້ ແລະ ວາງກະຕ່າດອກໄມ້ ຢູ່ທີ່ ຫໍພິພິດຕະພັນ ໄກສອນ ພົມວິຫານ ເພື່ອເປັນສິລິມົງຄຸນ .

ແຫຼ່ງຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.