Saturday, March 22, 2025

ອົງການກວດສອບແຫ່ງລັດ ກວດພົບເງິນບໍ່ມອບເຂົ້າງົບປະມານ 433 ຕື້ກວ່າກີບ

ອົງການກວດສອບແຫ່ງລັດ ກວດສອບພົບລາຍຮັບປີ 2018 ບໍ່ມອບເຂົ້າງົບປະມານ 433 ຕື້ກວ່າກີບ, ຂະແໜງສ່ວຍສາອາກອນພົບຫຼາຍສຸດ 263 ຕື້ກວ່າກີບ ໂດຍສະເພາະຢູ່ສູນກາງ. ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ກ່່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ພະຈິກ 2019 ວ່າ:

ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ອົງການກວດສອບແຫ່ງລັດ ໄດ້ເລີ່ມດຳເນີນການກວດສອບແຕ່ເດືອນມັງກອນ ເຖິງ ເດືອນຕຸລາ 2019 ແລະ ສຳເລັດຕາມແຜນການ 99 ເປົ້າໝາຍ ເຊິ່ງເປັນເປົ້າໝາຍຕົ້ນຕໍຕາມແຜນສະພາແຫ່ງຊາດຮັບຮອງ, ໄດ້ລົງເລິກກວດສອບເອກະສານລາຍງານການເງິນ, ຄວາມສອດຄ່ອງດ້ານກົດໝາຍ ໂດຍຕີລາຄາການຄຸ້ມຄອງລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ.

ດ້ານລາຍຮັບ: ກວດສອບເຫັນເພີ່ມລາຍຮັບທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ 433,08 ຕື້ກີບ. ໃນນັ້ນ, ຂັ້ນສູນກາງ 288,28 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 144,80 ຕື້ກີບ ໂດຍມີຂະແໜງ ຄື: ສ່ວຍສາອາກອນ 263,93 ຕື້ກີບ. ໃນນັ້ນ, ຂັ້ນສູງກາງ 210,23 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 53,73 ຕື້ກີບ; ຄຸ້ມຄອງຊັບສິນຂອງຂັ້ນທ້ອງຖິ່ນ 9,28 ຕື້ກີບ; ລາຍຮັບອື່ນໆ 80,90 ຕື້ກີບ.

ໃນນັ້ນ, ຂັ້ນສູນກາງ 4,39 ຕື້ກີບ ແລະ ທ້ອງຖິ່ນ 76,51 ຕື້ກີບ; ເງິນກອງທຶນຂອງລັດ 78,94 ຕື້ກີບ. ໃນນັ້ນ, ຂັ້ນສູນກາງ 73,66 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 5,28 ຕື້ກີບ.

ໃນຂະນະທີ່ຜົນການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບຄືນຕໍ່ກັບມາດຕະການດ້ານລາຍຮັບ – ລາຍຈ່າຍ ຈາກຜົນການກວດສອບສົກປີ 2017 ຢູ່ 6 ກະຊວງ ແລະ 14 ແຂວງ ເຊິ່ງບັນດາຫົວໜ່ວຍງົບປະມານໄດ້ມີ ຄວາມພະຍາຍາມແກ້ໄຂໄດ້, ແກ້ໄຂບໍ່ທັນສຳເລັດ ແລະ ແກ້ບໍ່ໄດ້ຕາມຜົນການດຳເນີນການກວດສອບຄືນລາຍຮັບທີ່ກວດສອບເຫັນເພີ່ມ 239,64 ຕື້ກີບ.

ໃນນັ້ນ, ສ່ວຍສາອາກອນ, ຊັບສິນ ແລະ ອື່ນໆ 157,13 ຕື້ກີບ. ໃນນັ້ນ, ຈຳນວນ 121,51 ຕື້ກີບ ໄດ້ຮັບການແກ້ໄຂ ມີ 109,78 ຕື້ກີບ ໂດຍໄດ້ມອບເຂົ້າງົບປະມານ 14,87 ຕື້ກີບ ແລະ ຈົດລາຍຮັບ – ຈົດລາຍຈ່າຍ ຈຳນວນ 94,91 ຕື້ກີບ, ໄດ້ເອົາລາຍຮັບທີ່ກວດສອບເຫັນເພີ່ມ ນຳໃຊ້ຈ່າຍນອກແຜນງົບປະມານ ສົກປີ 2018 ຈຳນວນ 11,73 ຕື້ກີບ, ຍອດເຫຼືອບໍ່ໄດ້ມອບເຂົ້າງົບປະມານ 35,62 ຕື້ກີບ

ເຊິ່ງສັງລວມຍອດເຫຼືອລາຍຮັບທີ່ກວດສອບເຫັນເພີ່ມ ສົກປີ 2017 ສຳລັບບ້ວງນີ້ ມີ 47,35 ຕື້ກີບ ສະເໜີຈັດສັນເຂົ້າແຜນລາຍຮັບ – ລາຍຈ່າຍໃນປີ 2020 ແລະ ລາຍຮັບວິຊາການ 82,36 ຕື້ກີບ ແລະ ເງິນກອງທຶນ 0,06 ຕື້ກີບ.

ແຫຼ່ງຂໍ້ມູນ: ໜັງສີພິມເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່