Saturday, January 25, 2025

ກອງປະຊຸມປຶກສາຫາລືກ່ຽວກັບແຜນຈະສ້າງສວນວັດທະນະທໍາສາສະໜາພຸດ

ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຮ່ວມກັບ ກຸ່ມບໍລິສັດ ກວາງໄຊ ໄດ້ປຶກສາຫາລືກ່ຽວກັບແຜນການທີ່ຈະສ້າງສວນວັດທະນະທໍາສາສະໜາພຸດ ໃນເຂດປາກຊ່ອງ ພູພຽງບໍລິເວນ ເປັນກຽດເຂົ້າຮ່ວມຂອງທ່ານ ຮສ. ດຣ ສົມອົກ ກິ່ງສະດາ ຮອງປະທານ ສນຊ ຜູ້ຊີ້ນໍາວຽກງານສາສະໜາ, ມີທ່ານ ຫຼີ່ລ້ຽງຈົງ ຮອງປະທານ ກຸ່ມບໍລິສັດ ຈີນ ກວາງໄຊ່ ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າມາຈາກ ອົງການສູນກາງພຸດທະສາສະໜາສໍາພັນລາວ, ສະພາແຫ່ງຊາດ, ກະຊວງພາຍໃນ ແລະ ພະນັກງານກົມສາສະໜາ ສນຊ ເຂົ້າຮ່ວມ.

ຈຸດປະສົງໃນການປຶກສາຫາລືຄັ້ງນີ້, ທ່ານ ຫຼີ່ລ້ຽງຈົງ ຮອງປະທານ ກຸ່ມບໍລິສັດ ຈີນ ກວາງໄຊ່ ໄດ້ໃຫ້ຮູ້ວ່າ: ກຸ່ມບໍລິສັດ ກວາງໄຊ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ໃນຊຸມປີຜ່ານແລ້ວ.

ເຊິ່ງມີແຜນການຈະກໍ່ສ້າງເຂດສວນວັດທະນະທໍາ ສາສະໜາພຸດ ໃນເຂດເມືອງປາກຊ່ອງ ພູພຽງບໍລິເວນ ແລະ ບົດບັນທຶກຄວາມເຂົ້າໃຈ MOU ດ້ານການກໍ່ສ້າງສະໜາມບິນສາກົນ ເຂດພູພຽງບໍລິເວນ ເພື່ອເປັນການກະກຽມໃນການຈັດຕັ້ງປະຕິບັດກອງປະຊຸມພຸດທະສາສະໜາໂລກໃນຕໍ່ໜ້າ ແລະ ເປັນການເສີມຂະຫຍາຍການທ່ອງທ່ຽວ ລາວ-ຈີນ, ເພື່ອກາບໄວ້ສັກກາລະບູຊາ ແລະ ຂໍພອນ,

ພ້ອມກັນນີ້, ທ່ານໄດ້ສະເໜີ ປຶກສາຫາລືຂໍຂໍ້ມູນ ທາງດ້ານວຽກງານສາສະໜາເພື່ອປະກອບເຂົ້າໃນບົດວິພາກ, ກອງປະຊຸມດັ່ງກ່າວຜູ້ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືແລກປ່ຽນບົດຮຽນຢ່າງກົງໄປກົງມາຕໍ່ກັບຂໍ້ສະເໜີດັ່ງກ່າວ.

ໃນໂອກາດນີ້, ທ່ານ ຮສ. ດຣ ສົມອົກ ກິ່ງສະດາ ໄດ້ມີບາງຄໍາເຫັນວ່າ:

ກ່ອນອື່ນຂໍສະແດງຄວາມຊົມເຊີຍຕໍ່ກຸ່ມບໍລິສັດ ກວາງໄຊ ທີ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າ ແລະ ກະກຽມເນື້ອໃນເອກະສານຕ່າງໆ ເພື່ອຈະສ້າງເຂດສວນວັດທະນະທໍາ ສາສະໜາພຸດດັ່ງກ່າວນັ້ນ,

ຂ້າພະເຈົ້າຕາງໜ້າໃຫ້ສູນກາງແນວລາວສ້າງຊາດຈະສະໜອງຂໍ້ມູນກ່ຽວກັບວຽກງານສາສະໜາໃນຂົງເຂດສູນ ກາງແນວລາວສ້າງຊາດຮັບຜິດຊອບ ເພື່ອເປັນປະໂຫຍດປະກອບສ່ວນເຂົ້າໃນໂຄງການ ໂດຍພື້ນຖານກໍ່ເຫັນດີນໍາ ສ່ວນການຈະສ້າງສວນວັດທະນະທໍາ ສາສະໜາພຸດນີ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕື່ມເພື່ອປຶກສາຫາລື ຫຼື ອະນຸມັດໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ກົມໂຄສະນາ-ອົບຮົມ ສນຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ