
ກະຊວງກະສິກຳ ແລະ ປ່າໄມ້ ຈະໄດ້ສຸມໃສ່ການພັດທະນາຂົງເຂດກະສິກຳ ໃຫ້ເປັນທັນສະໄໝ ແລະ ເນັ້ນຜະລິດຕະພັນທີ່ສົດ, ສະອາດ, ປອດສານພິດ ເພື່ອສົ່ງອອກຕ່າງປະເທດ, ສົ່ງອອກກັບທີ່ ແລະ ບໍລິໂພກພາຍໃນ. ທັງນີ້, ກໍເພື່ອຈັດຕັ້ງຜັນຂະຫຍາຍທິດທາງ ແລະ ມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ ແລະ ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ.
ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະ ມາຊິກສະພາແຫ່ງຊາດ ໃນວາລະການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ພະຈິກ 2019 ວ່າ:
ວຽກງານທີ່ເລັ່ງດ່ວນ ແມ່ນຈະໄດ້ດຳເນີນການສຳຫລວດທ່າແຮງບົ່ມຊ້ອນດ້ານຊັບພະຍາກອນດິນ ໃນທົ່ວປະເທດ, ດຶງດູດ ແລະ ສົ່ງເສີມໃຫ້ຄອບຄົວ, ທຸລະກິດຂະໜາດນ້ອຍ ແລະ ກາງພາຍໃນ, ເພີ່ມທຶນຮອນເຂົ້າໃນການຄົ້ນຄວ້າວິທະຍາສາດດ້ານກະສິກຳ ແລະ ປ່າໄມ້ໃຫ້ເປັນລະບົບ ແລະ ຕໍ່ເນື່ອງ, ຊຸກຍູ້ສົ່ງເສີມການຜະລິດຂອງຄອບຄົວປະຊາຊົນເຂົ້າເປັນກຸ່ມ, ຕື່ນຕົວຈັດຕັ້ງເປັນສະຫະກອນ ແລະ ເປັນຟາມ, ລວມທັງ ພັດທະນາຊັບພະຍາກອນມະນຸດ ຂອງຂະແໜງ ກະສິກຳ ແລະ ປ່າໄມ້.
ໃນຂະນະດຽວກັນ, ກໍຈະໄດ້ສະໜອງດ້ານທຶນໃຫ້ແກ່ຜູ້ຜະລິດ ດ້ວຍການປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ກອງທຶນບ້ານ ໂດຍຕ້ອງເຮັດໃຫ້ນະໂຍບາຍດ້ານສິນເຊື່ອ ຂອງທະນາຄານສົ່ງເສີມກະສິກຳ, ທະນາຄານນະໂຍ ບາຍ ແລະ ການເງິນຈຸລະພາກ ໄປສົ່ງເສີມເປົ້າໝາຍດຽວກັນ, ໄປພ້ອມໆກັບການຝຶກອົບຮົມໃຫ້ກຸ່ມ, ໃຫ້ຄອບ ຄົວ ເພື່ອໃຫ້ເຂົ້າໃຈການບໍລິຫານເສດຖະກິດກະສິກຳຕົນເອງ ເປັນຕົ້ນແມ່ນ ການເຂົ້າຫາແຫລ່ງທຶນ, ການຕະ ຫລາດ, ຂໍ້ມູນ ແລະ ຮູ້ນໍາໃຊ້ເຕັກນິກທີ່ທັນສະໄໝ ເພື່ອຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ.

ພ້ອມດຽວກັນ, ກໍຈັດຕັ້ງກຸ່ມການຜະລິດໃຫ້ເຂັ້ມແຂງ ເປັນຕົ້ນແມ່ນກຸ່ມກະສິກໍາສະອາດ, ກຸ່ມກະ ສິກຳອິນຊີ ກ້າວໄປເຖິງຈັດຕັ້ງສະຫະກອນ, ສະມາຄົມ ໂດຍເອົາສູນກະສິກຳສະອາດເປັນໃຈກາງ ແລະ ຈັດຕັ້ງຕະຫລາດຂາຍຍົກໃຫ້ແກ່ຊາວກະສິກອນ
ໂດຍແມ່່ນລັດສະໜັບສະໜູນດ້ານທຶນຮອນສ່ວນໜຶ່ງ ແລະ ການບໍລິຫານຈັດການດ້ວຍການປະຕິບັດ ຊື້ແພງຂາຍຖືກ ເພື່ອຫລຸດຜ່ອນບົດບາດຂອງພໍ່ຄ້າມືກາງ. ນອກ ຈາກນັ້ນ ກໍພັດທະນາຊັບພະຍາກອນມະນຸດໃນຂະແໜງກະສິກຳ ແລະ ປ່າໄມ້ ເພື່ອສ້າງຜູ້ພາປູກ-ພາລ້ຽງໃຫ້ພຽບພໍ, ລວມທັງເອົາໃຈໃສ່ການຄົ້ນຄວ້າວິທະນາສາດ ເພື່ອພັດທະນາແນວພັນພືດ, ແນວພັນສັດ ໃຫ້ມີຄຸນນະພາບສູງ.
ແຫຼ່ງຂໍ້ມູນ: ຮູບພາບ ຂ່າວສານປະເທດລາວ