Saturday, April 26, 2025
Kbank Laos โอน รับ จ่าย

ອີທີແອລ ແຈ້ງເຕືອນ! ຫາກເບີເຫຼົ່ານີ້ໂທຫາຫ້າມໂທກັບເດັດຂາດ!!!

ບໍລິສັດ ອີທີແອລ ແຈ້ງເຕືອນ ເລື່ອງການໂທເຂົ້າຈາກເບີຕ່າງປະເທດ (Spamming calls) ໂດຍເນື້ອໃນລະບຸວ່າ ບໍລິສັດອີທີແອລຂໍແຈ້ງມາຍັງລູກຄ້າທຸກທ່ານໃຫ້ຮັບຊາບວ່າ:

ປັດຈຸບັນໄດ້ມີເບີຂຶ້ນຕົ້ນດ້ວຍ +24, +25, +37, +38, +66, +676 ແລະ ອື່ນໆ ຈາກຕ່າງປະເທດໂທເຂົ້າແລ້ວຕັດສາຍ ໂດຍມີຈຸດປະສົງໃຫ້ໂທກັບ ແລະ ເສຍຄ່າໂທອອກຕ່າງປະເທດໃນລາຄາແພງ ເຊິ່ງບໍ່ກ່ຽວຂ້ອງກັບການແຮັກ (Hack) ເອົາຂໍ້ມູນການເງິນທາງທະນາຄານຂອງທ່ານ.

ດັ່ງນັ້ນ, ບໍລິສັດ ອີທີແອລ ຈໍາກັດ ຈຶ່ງແຈ້ງມາຍັງບັນດາທ່ານຜູ້ຊົມໃຊ້ເບີຂອງອີທີແອລ ຈົ່ງຢ່າໂທກັບ ແລະ ທໍາການລະງັບເບີດັ່ງກ່າວທັນທີ (Block) ເພື່ອເປັນການຫຼີກລ່ຽງການໂທເຂົ້າໃນຄັ້ງໜ້າ.

ແຫຼ່ງຂໍ້ມູນ: ບໍລິສັດ ອີທີແອລ ຈໍາກັດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.