Monday, March 24, 2025

ເດັກລຸ່ມ 5 ປີ ໃນ ສປປ.ລາວ ຂາດສານອາຫານ ມີລະດັບສູງເຖິງ 54%

ພາບປະກອບຂ່າວ

ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ໄດ້ກ່າວວ່າ:

ການຂາດສານອາຫານ ເປັນບັນຫາສຳຄັນທີ່ກົດໜ່ວງຖ່ວງດຶງການພັດທະນາຂອງ ສປປ ລາວ ໃນທົ່ວປະເທດ ຫລາຍກວ່າໜຶ່ງສ່ວນສາມຂອງຈຳນວນເດັກລຸ່ມ 5 ປີ ທັງໝົດ ໄດ້ຮັບຜົນກະທົບຈາກການຂາດສານອາຫານ ແລະ ສະເພາະຢູ່ບັນດາແຂວງທີ່ເປັນເປົ້າໝາຍຂອງໂຄງການ, ຕົວເລກດັ່ງ ກ່າວມີລະດັບສູງເຖິງ 54%.

ການຂາດສານອາຫານຢ່າງຮຸນແຮງ ສາມາດສ້າງຄວາມເສຍຫາຍຕໍ່ການພັດທະນາຂອງສະໝອງ, ຕໍ່ຜົນການຮຽນຢູ່ໂຮງຮຽນ ແລະ ຈະກະທົບຕໍ່ຄວາມສຳເລັດໃນການຊອກຫາວຽກເຮັດງານທຳ, ເຊິ່ງຈະເຮັດໃຫ້ຄອບຄົວບໍ່ສາມາດຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້.

ພາບປະກອບຂ່າວ

ທ່ານ ກິແກ້ວ ກ່າວຕື່ມວ່າ:

ການປັບປຸງໂພຊະນາການຂອງເດັກນ້ອຍ ແມ່ນກຸນແຈສຳຄັນເພື່ອກ້າວສູ່ເປົ້າໝາຍຂອງພວກເຮົາ ໃນການລົງທຶນໃສ່ການພັດທະນາຄົນ ແລະ ເພີ່ມທະວີຕົ້ນທຶນມະນຸດ ເພື່ອບັນລຸການເຕີບໂຕທາງດ້ານເສດຖະກິດຢ່າງສົມສ່ວນ ແລະ ທົ່ວເຖິງ.

ວິທີການແບບປະສານສົມ ທົບໜຶ່ງດຽວຫລາຍຂະແໜງການ ແມ່ນການເພີ່ມທະວີການເຮັດວຽກຮ່ວມກັນຂອງຫລາຍຂະແໜງການ ໃນເວລາດຽວກັນ ເພື່ອແກ້ໄຂສາເຫດໂດຍກົງ ແລະ ສາເຫດທີ່ເປັນພື້ນຖານຂອງການຂາດສານອາ ຫານຂອງເດັກນ້ອຍ.

ທ່ານ ນິໂກລາ ປອນຕາຣາ (Nicola Pontara) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ເດັກທີ່ເກີດຢູ່ ສປປ ລາວ ໃນວັນນີ້ ຈະມີຜະລິດຕະພາບພຽງແຕ່ເຄິ່ງໜຶ່ງຂອງລະດັບຜະລິດຕະພາບທີ່ເຂົາເຈົ້າຄວນມີ ຖ້າຫາກໄດ້ຮ່ຳຮຽນສຳເລັດ, ມີສຸຂະພາບສົມບູນ ແລະ ໄດ້ຮັບອາຫານທີ່ມີທາດບຳລຸງດີໃນເວລາຍັງນ້ອຍ.

ພາບປະກອບຂ່າວ

ມັນມີຄວາມສຳຄັນທີ່ຕ້ອງເຮັດໃຫ້ພົນລະເມືອງລາວທຸກຄົນສາມາດ ບັນລຸທ່າແຮງບົ່ມຊ້ອນຂອງພວກເຂົາຢ່າງເຕັມສ່ວນ ເພື່ອໃຫ້ພວກເຂົາມີຄວາມພ້ອມໃນການປະເຊີນໜ້າກັບສິ່ງທ້າທາຍ ແລະ ການຍາດແຍ່ງເອົາໂອກາດໃນອະນາຄົດ.

ໃນປັດຈຸບັນ, ທະນາຄານໂລກ ໃຫ້ການສະໜັບສະໜູນທຶນແກ່ 19 ໂຄງການ ທີ່ກຳລັງດຳ ເນີນຢູ່ ສປປ ລາວ. ການລົງທຶນໃສ່ການພັດທະນາຄົນ ແມ່ນໜຶ່ງໃນບັນດາຂົງເຂດສໍາຄັນຕົ້ນຕໍ ທີ່ລະ ບຸໄວ້ໃນກອບການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ສຳລັບໄລຍະ 2017-2021.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.