Monday, November 17, 2025
Kbank Laos โอน รับ จ่าย

ເບຍລາວ ມອບທຶນການສຶກສາແກ່ມະຫາວິທະຍາໄລຈໍາປາສັກ ແລະວິທະຍາໄລຄູ ປາກເຊ

ໃນສົກຮຽນ 2019-2020 ນີ້, ບໍລິສັດເບຍລາວຈໍາກັດ ໄດ້ສືບຕໍ່ມອບທຶນ ແກ່ນັກສຶກສາມະຫາວິທະຍາໄລ ຈໍາປາສັກ ຈໍານວນ 45 ທຶນ ມູນຄ່າ 118 ລ້ານກີບ ແລະ ນັກສຶກສາວິທະຍາໄລຄູປາກເຊ ຈໍານວນ 26 ທຶນ ມູນຄ່າ 64 ລ້ານກີບ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ສະໂມສອນມະຫາວິທະຍາໄລ ຈໍາປາສັກ.

ເຊິ່ງມອບໂດຍທ່ານ ວຽງເພັດ ພັນທະວົງ ຜູ້ຈັດການຝ່າຍບໍລິຫານ ແລະ ສະຫວັດດີການ ພະນັກງານ ບໍລິສັດ ເບຍລາວ ຈໍາກັດ, ທ່ານ ດຳໝີ ສິງດວງຈັນ ຜູ້ຈັດການຝ່າຍບຸກຄະລາກອນ, ຜູ້ອໍານວຍການໂຮງງານເບຍລາວ ແຂວງຈໍາປາສັກ ແລະ ຮັບໂດຍທ່ານ ຄໍາພາ ຫອມສົມບັດ ຮອງອະທິການບໍດີມະຫາວິທະຍາໄລ ຈໍາປາສັກ, ທ່ານ ສົມໄຊ ເທບສົມບັດ ຮອງຜູ້ອໍານວຍການວິທະຍາໄລຄູປາກເຊ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມ.

ສຳລັບທຶນການສຶກສາ ທີ່ບໍລິສັດ ເບຍລາວ ຈໍາກັດມອບ ໃຫ້ນັກສຶກສາມະຫາວິທະຍາໄລຈໍາປາສັກປີນີ້ ແມ່ນເປັນປີທີ 10 ເຊິ່ງລວມກັບປີຜ່ານມາມີຜູ້ໄດ້ຮັບທຶນແລ້ວ 400 ກ່ວາຄົນ ເປັນເງິນທັງໝົດ 1 ຕື້ກ່ວາກີບ, ສ່ວນວິທະຍາໄລຄູປາກເຊ ເປັນປີທີ 6 ໄດ້ຮັບທຶນແລ້ວ 120 ກ່ວາຄົນ ເປັນເງິນ ເກືອບ 400 ລ້ານກີບ.

ການມອບທຶນການສຶກສາໃຫ້ແກ່ນັກຮຽນເກັ່ງ ແລະ ດ້ອຍໂອກາດແມ່ນນະໂຍບາຍຂອງ ບໍລິສັດເບຍລາວ ໃນການຊ່ວຍເຫລືອສັງຄົມ ໃນແຕ່ລະປີ. ນອກຈາກ 2 ສະຖາບັນການສຶກສາດັ່ງກ່າວແລ້ວ ຍັງມີອີກ 5 ສະຖາບັນ, ລວມເປັນ 7 ສະຖາບັນການສຶກສາ ທົ່ວປະເທດ ທີ່ບໍລິສັດເບຍລາວ ມອບທຶນ ເຊິ່ງມີມູນຄ່າຫລາຍກ່ວາ 7 ຕື້ກີບ.

ຜູ້ບໍລິຫານການສຶກສາທັງສອງສະຖາບັນ ແລະ ນັກສຶກສາທີ່ໄດ້ຮັບທຶນ ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ຂອບ ໃຈຕໍ່ບໍລິສັດເບຍລາວ ທີ່ສືບຕໍ່ມອບທຶນການສຶກສາໃຫ້ໃນປີນີ້ ພ້ອມສັນຍາວ່າຈະຕັ້ງໃຈຮໍ່າຮຽນ ແລະ ຄຸ້ມຄອງນໍາໃຊ້ທຶນດັ່ງກ່າວໃຫ້ເກີດປະໂຫຍກສູງສຸດ.

ແຫຼ່ງຂໍ້ມູນ: ຂ່າວ:ເກດສະໜາ ພາບ: ຂຽວສົມພອນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.