Tuesday, February 11, 2025

ແຂວງໄຊສົມບູນ ຈັດພິທີມອບ-ຮັບ ງົວພັນພື້ນເມືອງລາວໃຫ້ປະຊາຊົນລ້ຽງ

ແຂວງໄຊສົມບູນໄດ້ຈັດພິທີມອບ-ຮັບງົວແມ່ພັນພື້ນເມືອງລາວໃຫ້ແກ່ປະຊາຊົນ ບ້ານອອມ ແລະ ບ້ານກໍໄຮ່ເມືອງອານຸວົງ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ, ມີ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາພັດທະນາ 3 ຈຸດສຸມແຂວງໄຊສົມບູນ, ມີບັນດາທ່ານຄະນະ ການນໍາພະແນກຂັ້ນແຂວງ, ເມືອງ ແລະ ອໍານາດການປົກຄອງ ບ້ານພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາໄພ ຊະນະ ປະທານ ບໍລິສັດກຸ່ມຄໍາໄພ ຊະນະ ໄດ້ມີຄຳເຫັນວ່າ:

ງົວທີ່ນໍາມາມອບໃຫ້ປະຊາຊົນລ້ຽງໃນຄັ້ງນີ້ ແມ່ນນອນຢູ່ໃນໂຄງການ KPG ປັບປຸງຊີວິດການເປັນຢູ່ຂອງປະ ຊາຊົນ ເພື່ອແກ້ໄຂຄວາມທຸກຍາກຂອງແຂວງໄຊສົມບູນ ລະຫວ່າງ ບໍລິສັດກຸ່ມຄໍາໄພຊະນະຈໍາກັດຜູ້ ດຽວ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງ.

ງົວທີ່ນໍາມາມອບມີທັງໝົດ 209 ໂຕມອບໃຫ້ປະຊາຊົນຈໍານວນ 104 ຄອບຄົວ. ໃນນັ້ນບ້ານອອມ 72 ຄອບ ຄົວ ຈໍານວນ 144 ໂຕ, ບ້ານກໍໄຮ່ 32 ຄອບຄົວຈໍານວນ 65 ໂຕ ຄອບຄົວໜຶ່ງຈະໄດ້ຮັບງົວແມ່ພັນ 2-3 ໂຕຕໍ່ຄອບຄົວ ລວມມູນ ຄ່າ ທັງໝົດ 1.110.000.000 ກີບ.

ຈຸດປະສົງທີ່ນໍາງົວມາມອບໃນຄັ້ງນີ້ກໍເພື່ອເປັນການຜັນຂະ ຫຍາຍແຜນການພັດທະນາດ້ານກະສິກໍາຂອງແຂວງໄຊສົມບູນ ສົ່ງເສີມໃຫ້ພໍ່ແມ່ປະຊາຊົນມີອາຊີບຄົງທີ່ເຮັດໃຫ້ປະຊາຊົນສາ ມາດສ້າງລາຍໄດ້ກຸ້ມຕົນເອງມີຊີວິດການເປັນຢູ່ດີຂຶ້ນ ຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ.

ຕອນທ້າຍພິທີຍັງໄດ້ມີ ການເຊັນບົດບັນທຶກມອບ-ຮັບ ລະຫວ່າງບໍລິສັດກຸ່ມ ຄໍາໄພຊະ ນະ ຈໍາກັດຜູ້ດຽວ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊສົມບູນ.

ແຫຼ່ງຂໍ້ມູນ: ໂດຍ: ສະກຸນຮັກ Laos Army

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: