Monday, May 19, 2025
Kbank Laos โอน รับ จ่าย

ລັດຖະບານຊີ້ແຈງ ຕໍ່ຜົນການກວດສອບ-ກວດກາໂຄງການລົງທຶນ

ພາບປະກອບ ບໍ່ກ່ຽວກັບເນື້ອໃນ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນໄດ້ຊີ້ແຈງຕອບຄໍາຊັກຖາມຂອງ ສສຊ ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໂດຍການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ,ໂດຍໄດ້ເນັ້ນກ່ຽວກັບຜົນຂອງການກວດສອບ-ກວດກາ ຊຶ່ງການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຍັງມີຫຼາຍບັນຫາທີ່ຍັງບໍ່ຖືກແກ້ໄຂເປັນຕົ້ນແມ່ນໂຄງການນອກແຜນຢູ່ 2 ແລະນະຄອນຫຼວງວຽງຈັນຈໍານວນ 6 ໂຄງການ, ໂຄງການບໍ່ໄດ້ປະເມີນ ແລະປະມູນຕາມຂັ້ນຕອນ, ການດັດແກ້ມູນຄ່າໂຄງການລົງທຶນຂອງລັດຈໍານວນໜຶ່ງບໍ່ໄດ້ດໍາເນີນຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ.

ພາບປະກອບ

ໃນນັ້ນມີ 6 ໂຄງການທີ່ໄດ້ຍົກຂຶ້ນຄື:

ຢູ່ແຂວງຜົ້ງສາລີ 1 ໂຄງການ (ກໍ່ສ້າງສ້ອມແປງເດີ່ນຮົ່ມດອກປີກໄກ່) ມູນຄ່າສັນຍາ 1.760 ລ້ານກີບ ຊໍາລະຜ່ານມາ 1.600 ລ້ານກີບ, ຢູ່ແຂວງຫຼວງພະບາງ 2 ໂຄງການ (ຍົກລະດັບທາງປູຢາງ 2 ຊັ້ນ ເລກທີ2571) ແຕ່ສະໜາມບິນ-ທາງ ເວັ້ນຕົວເມືອງຫຼວງພະບາງມູນຄ່າສັນຍາ 180 ລ້ານກີບ ຊໍາລະຜ່ານມາ 1.000 ລ້ານ ກີບ, ໂຄງການກໍ່ສ້າງທາງຢາງເທສະ ບານນະຄອນຫຼວງພະບາງ 4 ແຍກຕະ ຫຼາດດາລາໄປຕາມເສັ້ນທາງໂຮງຮຽນປະຖົມສີຖານມູນຄ່າສັນຍາ 4.700 ລ້ານກີບ ຊໍາລະຜ່ານມາ 1.000 ລ້ານກີບ.

ພາບປະກອບ

ສໍາລັບນະຄອນຫຼວງວຽງຈັນ 3 ໂຄງການຄື: ໂຄງການຕິດຕັ້ງໄຟເຍືອງທາງພະລັງງານແສງຕາເວັນຕາມຈຸດຕ່າງໆໃນນະຄອນຫຼວງວຽງຈັນ ມູນຄ່າສັນຍາ 3.700 ລ້ານກີບ, ໂຄງການກໍ່ສ້າງຫ້ອງການບໍ່ແຮ່ເມືອງສັງທອງມູນຄ່າສັນຍາ 1.240 ລ້ານກີບ ແລະ ໂຄງການຂັ້ນຫ້ອງບັນດາຂະແໜງການພາຍໃນພະແນກພະລັງງານ ແລະບໍ່ແຮ່ມູນຄ່າສັນຍາ 100 ລ້ານກີບ ທັງ 3 ໂຄງການຍັງບໍ່ທັນໄດ້ຊໍາລະ.

ທັງ 6 ໂຄງການແມ່ນນໍາໃຊ້ແຫຼ່ງທຶນລະດົມຈາກສັງຄົມ ແລະເງິນເກີນແຜນ, ສໍາຫຼັບເງິນລະດົມຈາກສັງຄົມບໍ່ແມ່ນງົບປະມານທີ່ນອນໃນການຈັດສັນໃຫ້ໂຄງການລົງທຶນຂອງລັດຕາມມາດຕາ 2 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດຊຶ່ງໄດ້ກໍານົດວ່າຕ້ອງແມ່ນທຶນທີ່ຕ້ອງຜ່ານລະບົບງົບປະມານເທົ່ານັ້ນ.

ຕໍ່ບັນຫາດັ່ງກ່າວ, ກະຊວງແຜນການ ແລະການລົງທຶນຈະສືບຕໍ່ຊຸກຍູ້ໃຫ້ບັນດາຂະແໜງການ ແລະທ້ອງຖິ່ນທີ່ເປັນເຈົ້າຂອງໂຄງການມີຄວາມເຂັ້ມງວດໃນການປະຕິ ບັດກົດໝາຍການລົງທຶນຂອງລັດ ແລະບັນດານິຕິກໍາກ່ຽວຂ້ອງຢ່າງຮັດກຸມໂດຍການເຜີຍແຜ່ນໍານິຕິກໍາກ່ຽວຂ້ອງໃຫ້ເລິກເຊິ່ງ, ຕິດຕາມກວດກາບັນດາໂຄງການຮ່ວມກັບສະພາທ້ອງຖິ່ນ ແລະອົງການກວດກາກ້າວໄປເຖິງການປະຕິບັດວິໄນຕໍ່ຜູ້ທີ່ຍັງລະເມີດ.

ພາບປະກອບ

ພ້ອມດຽວກັນນັ້ນ, ຕໍ່ກັບໂຄງການທີ່ບໍ່ໄດ້ປະເມີນຜົນ, ປະເມີນຕາມຂັ້ນຕອນ, ດັດແກ້ມູນຄ່າໂຄງການບໍ່ໄປຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍເຫັນວ່າເຈົ້າຂອງໂຄງ ການຍັງບໍ່ທັນເຂັ້ມງວດໃນການຈັດຕັ້ງປະຕິບັດບົດແນະນໍາກ່ຽວກັບການສ້າງ ແລະຄຸ້ມຄອງຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ກະຊວງແຜນການ ແລະ ການລົງ ທຶນແຈ້ງອອກແຕ່ລະປີ, ຕໍ່ບັນຫາດັ່ງກ່າວ ກະຊວງແຜນການ ແລະການລົງທຶນ

ຈະສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອແກ້ໄຂບັນຫາດັ່ງກ່າວຮ່ວມກັບເຈົ້າຂອງໂຄງການໃຫ້ແກ້ໄຂກັບທີ່ໂດຍການເຈາະໂຄງການ, ປະກອບເອກະສານກ່ຽວຂ້ອງໄປຜ່ານຂັ້ນຕອນຕາມລະບຽບກົດໝາຍກໍານົດແລ້ວຈຶ່ງສະເໜີຄືນໃໝ່ ແລະຈະຢຸດການຈັດສັນງົບປະມານປະຈໍາປີໃນບ້ວງລົງທຶນລັດປົກກະຕິຈົນກວ່າບັນຫາທີ່ຕິດພັນກັບໂຄງການນັ້ນໄດ້ຮັບການແກ້ໄຂ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້