Sunday, November 16, 2025
Kbank Laos โอน รับ จ่าย

ຊົດ​ເຊີຍ​ຄອບຄົວ​ໄດ້​ຮັບ​ຜົນ​ກະທົບ​ໂຄງການ​ທາງ​ດ່ວນ​ໝາຍ​ເລກ 1

ຄອບຄົວ​ປະຊາຊົນ​ເມືອງ​ໄຊ​ທານີ ແລະ ເມືອງ​ໄຊ​ເສດ​ຖາ ນະຄອນຫຼວງ​ວຽງ​ຈັນ (ນວ) ທີ່​ສຳເລັດ​ການ​ໄກ່​ເກ່ຍ​ເນື້ອທີ່​ຕອນ​ດິນ​ຖືກ​ໂຄງການ​ກໍ່ສ້າງ​ທາງ​ດ່ວນ ນວ ໝາຍ​ເລກ 1 ຈຳນວນ 19 ຄອບ ຄົວ ລວມ​ເນື້ອທີ່​ຕອນ​ດິນ 41.209 ຕາ​ແມັດ ຫຼື ເທົ່າ​ກັບ 4,12 ເຮັກຕາ ໄດ້​ຮັບ​ຄ່າ​ຊົດ​ເຊີຍ ແລະ ທົດ​ແທນ​ຄ່າ​ເສຍ​ຫາຍ​ຈາກ​ໂຄງການ ລວມ​ມູນ​ຄ່າ​ທັງ​ໝົດ 4,6 ຕື້​ກີບ.

ພິທີ​ມອບ-ຮັບ​ຄ່າ​ຊົດ​ເຊີຍ ແລະ ທົດ​ແທນ​ຄ່າ​ເສຍ​ຫາຍ ຄັ້ງ​ທີ 1 ໃຫ້​ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໂຄງການ​ດັ່ງ ກ່າວ​ຈັດ​ຂຶ້ນ​ທີ່​ສະໂມສອນ​ເມືອງ​ໄຊ​ທານີ ກ່າວ​ມອບ​ໂດຍ​ທ່ານ ພູ​ຂົງ ບັນນະ​ວົງ ຮອງ​ເຈົ້າ​ຄອງ ຫົວໜ້າ​ພະ​ແນກ​ແຜນການ ແລະ ການ​ລົງທຶນ ນວ ແລະ ທ່ານ ບຸນ​ທາມ ພຸດ​ທະ​ວົງສາ ຫົວໜ້າ​ພະ​ແນກ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ນວ ທັງ​ເປັນ​ຫົວໜ້າ​ຄະນະ​ຮັບຜິດຊອບ​ຄ່າ​ຊົດ​ເຊີຍ​ໂຄງການ​ທາງ​ດ່ວນ ນວ ມີ​ຄະນະ​ກຳມະການ​ໄກ່​ເກ່ຍ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນ​ທາມ ພຸດ​ທະ​ວົງສາ ກ່າວ​ວ່າ:

ໂຄງການ​ກໍ່ສ້າງ​ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ມີ​ເສັ້ນ ທາງ​ຕັດ​ຜ່ານ​ເມືອງ​ໄຊ​ທານີ 7 ບ້ານ ແລະ ເມືອງ​ໄຊ​ເສດ​ຖາ 14 ບ້ານ ໃນ​ນັ້ນ ໄດ້​ກວມ​ເອົາ​ຂອບ​ເຂດ​ພື້ນ​ທີ່​ພັດທະນາ​ເມືອງ​ໄຊ​ທານີ ເພື່ອ​ຂະຫຍາຍ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າງ​ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຫາ ສະຖານີ​ລົດໄຟ ລາວ-ຈີນ ລວມ​ທັງ​ກວມ​ເອົາ​ເຂດ​ສາ​ທາ​ລະ​ນຸ​ປະ​ໂພກ ທີ່​ອຳນວຍ​ຄວາມ​ສະດວກ​ແກ່​ການ​ພັດທະນາ ແລະ ພື້ນ​ທີ່​ຮອງ​ຮັບ​ກິດຈະກຳ​ຂອງ​ໂຄງການ ເຊິ່ງ​ມີ​ຄວມ​ຍາວ​ທັງ​ໝົດ 15,93 ກິໂລແມັດ (ນັບ​ແຕ່​ບໍລິເວນ​ເຂດ​ບຶງ​ທາດຫຼວງ-ດົງ​ໝາກຄາຍ)

ໃນ​ນີ້ ສະເພາະ​ເຂດ​ເມືອງ​ໄຊ​ເສດ​ຖາ ມີ​ເນື້ອທີ່​ຕອນ​ດິນ​ຖືກ​ໂຄງການ 535 ຕອນ  ປັດຈຸບັນ ວັດແທກ​ສຳເລັດ 324 ຕອນ ປະ ກອບ​ສຳນວນ ແລະ ເຊັນ​ບົດ​ທັນ​ທຶກ​ເບື້ອງ​ຕົ້ນ 209 ຕອນ ເມືອງ​ໄຊ​ທານີ ມີ  333 ຕອນ ວັດແທກ​ສຳເລັດ 177 ຕອນ ປະກອບ​ສຳນວນ ແລະ ເຊັນ​ບົດ​ທັນ​ທຶກ​ເບື້ອງ​ຕົ້ນ 156 ຕອນ ລວມ​ຕອນ​ດິນ​ຖືກ​ໂຄງການ​ທັງ​ໝົດ 868 ຕອນ ສິ່ງ​ປຸກ​ສ້າງ 160 ຫຼັງ (ເມືອງ​ໄຊ​ເສດ​ຖາ 134 ຫຼັງ ໄຊ​ທານີ 26 ຫຼັງ) ລວມ​ເນື້ອທີ່​ໂຄງການ ປະມານ 293,16 ເຮັກຕາ ແລະ ມີ​ມູນ​ຄ່າ​ການ​ຊົດ​ເຊີຍ​ເບື້ອງ​ຕົ້ນ ປະມານ 41.564.200 ໂດ​ລາ​ສະຫະລັດ ຫຼື ປະມານ 353.295.706.956 ກີບ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.