ຈະລົງທຶນ 20 ຕື້ກວ່າກີບ ຂຸດຄົ້ນ ແລະຕັ້ງໂຮງງານຂົບຫີນສະໜອງສ້າງທາງດ່ວນ

ພາບປະກອບ

ຢູ່ພະແນກແຜນການ ແລະການລົງທຶນແຂວງສາລະວັນ ໄດ້ມີພິທິເຊັນສັນຍາເຊົ່າ-ສໍາປະທານຂຸດຄົ້ນ ແລະສ້າງຕັ້ງໂຮງງານຂົບຫີນຢູ່ບ້ານເລີງນົກທາເມືອງລະຄອນເພັງ, ໂດຍການເຂົ້າຮ່ວມຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນແຂວງ, ຝ່າຍຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນແຂວງ, ເຊັນໂດຍ:

ທ່ານ ບຸນເຮັ່ງ ໄຊຍະເສນ ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງ, ທ່ານ ພູນສຸກ ລັດຖະເຮົ້າ ຮອງ ເຈົ້າເມືອງໆລະຄອນເພັງ ແລະ ພະແນກການທີ່ກ່ຽວຂ້ອງກັບ ທ່ານ ບົວທອງ ໄຊປັນຍາສິດ ປະທານບໍລິສັດລຸນນະພາກຣຸບ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ບົວທອງ ໄຊປັນຍາສິດ ປະທານບໍລິສັດໄດ້ຜ່ານແຜນດໍາເນີນງານໂຄງການໃຫ້ຮູ້ວ່າ:

ບໍລິສັດໄດ້ເລ່ີມສໍາຫຼວດແລະຂຸດຄົ້ນຫີນຢູ່ເຂດບ້ານເລີງນົກທາ ເມືອງລະຄອນເພັງ ແຂວງສາລະວັນຈໍານວນ 4 ເຮັກຕາແຕ່ປີ2018 ເປັນຕົ້ນມາເພື່ອຕອບສະໜອງໃຫ້ແກ່ໂຄງການກໍ່ສ້າງທາງດ່ວນເຊໂນ-ປາກເຊໄລຍະແຕ່ 4ແຍກທາງເລກ 9 ເຊໂນແຂວງສະຫວັນນະເຂດ ຫາ 3 ແຍກບ້ານນາປົ່ງ ແຂວງສາລະວັນໄລຍະທາງທັງຫມົດ 128 ກິໂລແມັດ.

ນອກຈາກສະຫນອງໃຫ້ແກ່ໂຄງການທາງດ່ວນແລ້ວຍັງຈະໄດ້ຈໍາຫນ່າຍທົ່ວໄປທັງພາຍໃນ ແລະຕ່າງປະເທດ, ກໍານົດໄລຍະເວລາສໍາປະທານ 5 ປີ ນັບແຕ່ປີ 2018-2022 ມີມູນຄ່າການລົງທຶນທັງຫມົດ 20 ຕື້ກວ່າກີບ, ໂຄງການດັ່ງກ່າວເປັນການລົງທຶນໃນຮູບແບບສໍາປະທານໂດຍໄດ້ເສຍພັນທະໃຫ້ລັດຈໍານວນ 200 ໂດລາຕໍ່ປີ.

ແຂວງສາລະວັນໄດ້ຕົກລົງເຫັນດີອະນຸມັດໃຫ້ບໍລິສັດຂຸດຄົ້ນໃນເບື້ອງຕົ້ນ 4 ເຮັກຕາ, ສ່ວນບໍລິສັດແມ່ນມີຄວາມຕ້ອງການຈໍານວນ 20-40 ເຮັກຕາ ເປັນຕົ້ນ: ເນື້ອທີ່ຂຸດຄົ້ນຫີນ 5 ເຮັກຕາ, ເນື້ອທີ່ສ້າງຕັ້ງໂຮງງານ 5 ເຮັກຕາ, ເນື້ອທີ່ເກັບມ້ຽນຫີນ 5 ເຮັກຕາ, ເນື້ອທີ່ຫ້ອງການ-ບ່ອນມ້ຽນພາຫະນະກົນຈັກ 5 ເຮັກຕາ ແລະເນື້ອທີ່ເຂດສະຫງວນປະມານ 20 ເຮັກຕາ ແລະຈະໄດ້ສະເໜີຕໍ່ຄະນະກໍາມະການຄຸ້ມຄອງ ແລະສົ່ງເສີມການລົງທຶນຕື່ມອີກ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ວິໄລວອນ ສິດທິໄຊ, ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...