ລັດຖະບານຍີ່ປຸ່ນ ຊ່ວຍ 516,347 ໂດລາ ປັບປຸງທັກສະການອ່ານຂອງເດັກນ້ອຍ ແລະ ສະພາບແວດລ້ອມດ້ານການສຶກສາຢູ່ລາວ

ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອລ້າ ຈຳນວນ 516.347 ໂດລາສະຫະລັດ ເພື່ອປັບປຸງທັກສະການອ່ານຂອງເດັກນ້ອຍ ແລະ ສະພາບແວດລ້ອມດ້ານການສຶກສາ, ລວມໄປເຖິງຄວາມກ້າວໜ້າ ຂອງໂຮງຮຽນປະຖົມ ໃນເມືອງທ່າປາງທອງ, ແຂວງສະຫວັນນະເຂດ. 

ຕາງໜ້າເຊັນສັນຍາໂຄງການດັ່ງກ່າວ, ​ໂດຍ​ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​ ແລະ ທ່ານ ​ນາງ ມິຢາອຸຈິ ມາຢຸໂກະ ຜູ້ຈັດການໂຄງການຂອງ ອົງການສຸພະນິມິດສາກົນ ແຫ່ງ ປະເທດຍີ່ປຸ່ນ (World Vision Japan ຫລື WVJ) ເຊິ່ງເປັນອົງການບໍ່ຫວັງຜົນກຳໄລ ຈາກປະເທດຍີ່ປຸ່ນ. ​ສຳລັບການ​ເຊັນສັນ​ຍາ​​​ຊ່ວຍ​ເຫລືອ​ຄັ້ງ​ນີ້, ​​ແມ່ນ​ການ​ສ​ະ​ໜັບ​ສະ​ໜຸນ​ທຶນ​​ປີທຳອິດ ຂອງ​ໂຄງ​ການທີ່​ມີ​ອາ​ຍຸ 3 ປີ.

ໂຄງການ “ການປັບປຸງທັກສະການອ່ານຂອງເດັກນ້ອຍ ແລະ ສະພາບແວດລ້ອມດ້ານການສຶກສາ ລວມໄປເຖິງຄວາມກ້າວໜ້າ ຂອງໂຮງຮຽນປະຖົມໃນ ເມືອງທ່າປາງທອງ, ແຂວງສະຫວັນນະເຂດ” 

ໃນປີທຳອິດ ມີເປົ້າໝາຍທີ່ຈະຮັບປະກັນ ໃຫ້ນັກຮຽນທຸກຄົນໃນເມືອງດັ່ງກ່າວ ບໍ່ວ່າຈະເປັນເພດໃດ, ຊົນເຜົ່າໃດ, ສະພາບທາງເສດຖະກິດ ຫລື ມີການສູນເສຍອົງຄະ, ກໍສາມາດເຂົ້າເຖິງການສຶກສາຂັ້ນປະຖົມ ແລະ ປັບ ປຸງການຮຽນຮູ້ໃນເບື້ອງຕົ້ນໄດ້.

ອົງການ WVJ ຈະຊ່ວຍສະໜອງຫລັກສູດ ການຝຶກອົບຮົມອາຈານ ເພື່ອຍົກລະດັບການສອນດ້ານການຂຽນການອ່ານ, ສະໜັບສະໜູນຊື້ອຸປະກອນທີ່ຈຳເປັນຕໍ່ສຸຂາພິບານ ແລະ ໃຫ້ຄຳແນະນຳຕໍ່ຜູ້ປົກຄອງ, ຊຸມຊົນໃຫ້ການຊ່ວຍເຫລືອເດັກນ້ອຍ ພັດທະນາທັກສະການອ່ານຂອງພວກເຂົາ, ເພື່ອປະກອບ ສ່ວນເຂົ້າໃນສ່ວນປະກອບສຳຄັນ ຂອງການສຶກສາທີ່ມີຄຸນນະພາບ ໃນໂຮງຮຽນໝູ່ບ້ານ ທີ່ເມືອງດັ່ງກ່າວ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...