Monday, May 19, 2025
Kbank Laos โอน รับ จ่าย

ສ້າງຂະບວນການຂີ່ລົດຖີບ ສານສາຍສຳພັນພີ່ນ້ອງລາວ-ໄທ ແລະ ໄທ-ລາວ

ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ

ທີ່ສູນກາງແນວລາວສ້າງຊາດ ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ແລະ ສະຫະພັນສັນຕິພາບສາກົນເຂດອາຊີ-ປາຊີຟິກ ໄດ້ສ້າງຂະບວນການຂີ່ລົດຖີບ ສານສາຍສຳພັນພີ່ນ້ອງລາວ-ໄທ ແລະ ໄທ-ລາວ.

ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດພິທີຂອງຂະບວນການດັ່ງກ່າວໂດຍ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຕາງໜ້າສະຫະພັນລົດຖີບແຫ່ງຊາດລາວ ແລະ ສະຫະພັນ ສັນຕິພາບສາກົນເຂດອາຊີ-ປາຊີຟິກ ພ້ອມທັງນັກກິລາຂີ່ລົດຖີບຂອງລາວ ແລະ ໄທເຂົ້າຮ່ວມ.

ການສ້າງຂະບວນຂີ່ລົດຖີບຄັ້ງນີ້ ແມ່ນເພື່ອເປັນການຈັດກິດຈະກຳ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 44 ປີ, ສ້າງຂະບວນການຂໍ່ານັບຮັບຕ້ອນວັນຄ້າຍວັນເກີດ ຂອງ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ, ຂໍ່ານັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ທີ່ຈະມາເຖິງໃນປີ 2020 ແລະ ເພື່ອລະດົມທຶນຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ທາງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໃນໄລຍະຜ່ານມາ.

ຂະບວນການການຂີ່ລົດຖີບຄັ້ງນີ້ ຈຸດເລີ່ມຕົ້ນແມ່ນຢູ່ທີ່ເດີ່ນ ທາດຫຼວງ ຫາເມືອງສັງທອງ ແລະ ກັບຄືນສູ່ເດີ່ນທາດຫຼວງ ໃນໄລຍະທາງ 80 ກິໂລແມັດ, ທັງໄປ-ກັບໃຊ້ເວລາຢູ່ 4 ຊົ່ວໂມງ ຈຶ່ງຮອດຈຸດໝາຍ.

ແຫຼ່ງຂໍ້ມູນ: ກົມໂຄສະນາ-ອົບຮົມ ສນຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້