Friday, July 11, 2025
Kbank Laos โอน รับ จ่าย

ພາກລັດ ແລະ ພາກທຸລະກິດ ຫາລືການກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງສາກົນທີ່ດູໄບ

ພາກລັດ ແລະ ພາກທຸລະກິດ ຮ່ວມຫາລືການກະກຽມ ຄວາມພ້ອມທີ່ຈະເຂົ້າຮ່ວມງານວາງສະແດງສາກົນ ( EXPO 2020 ) ທີ່ດູໄບ ທີ່ຈະຈັດຂຶ້ນໃນທ້າຍປີ 2020 ເຊິ່ງ ສປປ ລາວ ຈະນຳສະເໜີຜົນສຳເລັດຂອງການພັດທະນາເສດຖະກິດ ຄຽງຄູ່ກັບການອະນຸຮັກວັດທະນະທຳ.

ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມ ຄວາມພ້ອມຂອງພາກທຸລະກິດລາວ ທີ່ຈະເຂົ້າຮ່ວມງານວາງສະແດງສາກົນ ( EXPO 2020 ) ທີ່ດູໄບ ສະຫະລັດອາຣັບ ເອເມເຣັດ ເຊິ່ງຈະຈັດຂຶ້ນເປັນເວລາ 6 ເດືອນ ລະຫວ່າງວັນທີ 20 ຕຸລາ 2020 ຫາ 10 ເມສາ 2021 ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍຣະສິງຫ໌ ຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຄ, ທ່ານ ມະນີໂຕ ພົມໂພທິ ຮອງເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມີບັນດາຫົວໜ່່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊສົມເພັດ ນໍຣະສິງຫ໌ ກ່າວວ່າ: ງານວາງສະແດງໃນຄັ້ງນີ້ ສປປ ລາວ ໄດ້ເນື້ອທີ່ຫ້ອງວາງສະແດງເປັນ 2 ຊັ້ນ ສະເພາະຫ້ອງວາງສະແດງແຫ່ງຊາດ ຈຳນວນ 213 ຕາແມັດ ຂອງຊັ້ນລຸ່ມ ແລະ ຫ້ອງບໍລິຫານຂອງຄະນະ 184 ຕາແມັດ ຊັ້ນ 2.

ຫ້ອງວາງສະແດງແຫ່ງຊາດຈະນຳສະເໜີຫົວຂໍ້ “ ຜ້າຝ້າຍແພໄໝສູ່ການພັດທະນາແບບຍືນຍົງຂອງ ສປປ ລາວ ” ເຊິ່ງຈະໝູນໃຊ້ເວທີດັ່ງກ່າວນຳສະເໜີຜົນສຳເລັດການພັດທະນາເສດຖະກິດ ແລະ ສັງຄົມຂອງລາວ ໂດຍສະເພາະການນຳສະເໜີໂອກາດໃນການພັດທະນາຂອງ ສປປ ລາວ ຄຽງຄູ່ກັບການອະນຸຮັກວັດທະນະທຳ ແລະ ສົ່ງເສີມການຜະລິດຜ້າຝ້າຍແພໄໝລາວ ເພື່ອເປັນສິນຄ້າສົ່ງອອກໃນພາກພື້ນດັ່ງກ່າວ.

ພ້ອມນັ້ນ, ກໍຍັງຈະເປັນການໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂອງ ສປປ ລາວ ໃນຂະແໜງການອື່ນໆທີ່ ສປປ ລາວ ມີທ່າແຮງ ເຊັ່ນ: ຂະແໜງກະສິກຳ, ທ່ອງທ່ຽວ, ລົງທຶນ ແລະ ອື່ນໆ.

ພ້ອມກັນນັ້ນ, ຍັງຈະໄດ້ນຳເອົາເວທີດັ່ງກ່າວເປັນບ່ອນນຳສະເໜີຊອກຫາຄູ່ຮ່ວມພັດທະນາ.

ທ່ານ ມະນີໂຕ ພົມໂພທິ ກ່າວວ່າ: ງານວາງສະແດງສິນຄ້າໂລກນີ້ຖືເປັນງານໃຫຍ່ ເພາະມີລູກຄ້າມາຈາກທົ່ວໂລກ 100 ກວ່າປະເທດ.

ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າບັນດາປະເທດຕ່າງໆໃນໂລກທີ່ຮູ້ຈັກປະເທດລາວກໍຍັງບໍ່ຫຼາຍ; ສະນັ້ນ, ຈະເຮັດແນວໃດເພື່ອເຮັດໃຫ້ການໄປຮ່ວມງານດັ່ງກ່າວໄດ້ດີ ແລະ ງານນີ້ໃຊ້ເວລາເຖິງ 6 ເດືອນ ເຊິ່ງກຸ່ມປະເທດ UAE ຫຼື ອາຣັບ ນີ້ຕະຫຼາດມີຫຼາຍ, ແຕ່ພວກເຮົາຈະເອົາຫຍັງທີ່ຈະຂາຍເຂົ້າຕະຫຼາດເຂົາໄດ້.

ພ້ອມດຽວກັນນີ້, ຄະນະຂອງກົມສົ່ງເສີມການຄ້າ ຍັງໄດ້ເຜີຍແຜ່ຂໍ້ມູນໃຫ້ແກ່ບັນດາພາກທຸລະກິດກ່ຽວກັບບັນດາກົດລະບຽບຕ່າງໆ ເຊັ່ນ: ນັບຕັ້ງແຕ່ການເດີນທາງ, ທີ່ພັກ, ການເສຍພາສີ, ອາກອນ, ການຂົນສົ່ງຂອງແຕ່ລະປະເພດສິນຄ້າທີີ່ຈະນຳເຂົ້າຮ່ວມວາງສະແດງ.

ແຫຼ່ງຂໍ້ມູນ: ຂ່າວ: ສັນຕິ, ຮູບ: ສຸກສະຫວັນ, ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.