ອຸດສາຫະກຳ ແລະ ການຄ້າ ທຳລາຍພືດຜັກນຳເຂົ້າບໍ່ຖືກຕ້ອງ 1ໂຕນກວ່າ ມູນຄ່າເກືອບ 7 ລ້ານກີບ

ການຄ້າທຳລາຍສິນຄ້າປະເພດພືດຜັກນຳເຂົ້າບໍ່ຖືກຕ້ອງ 1 ໂຕນກວ່າ ມູນຄ່າເກືອບ 7 ລ້ານກີບ ກວດພົບທີ່ເມືອງສັງທອງ, ພ້ອມຝາກເຖິງຜູ້ປະກອບການຫາກກວດພົບການນຳເຂົ້າບໍ່ຖືກຕ້ອງກໍຈະດຳເນີນການເຊັ່ນນີ້ອີກ.

ທີ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ໄດ້ຈັດພິທີທຳລາຍສິນຄ້າປະເພດພືດຜັກນຳເຂົ້າບໍ່ຖືກຕ້ອງ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ, ມີຕາງໜ້າຈາກພາສີ, ພະແນກກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍເຈົ້າໜ້າທີ່ການຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູວອນ ພູນສະເຫວີຍ ຮອງຂະແໜງການຄ້າພາຍໃນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ກ່າວວ່າ:

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກຂໍ້ຕົກລົງວ່າດ້ວຍການຢຶດ ແລະ ທຳລາຍພືດຜັກ ເລກທີ 2275/ອຄ.ນວ.ຄພນ ລົງວັນທີ 17 ທັນວາ 2019 ໂດຍອີງຕາມຄຳສັ່ງເລກທີ 51/ນຍ, ຫົວໜ້າພະແນກ ອຄ.ນວ ໄດ້ຕົກລົງຢຶດພືດຜັກ ຈຳນວນ 1.422 ກິໂລ ລວມມູນຄ່າ 6.810.000 ກີບ ທີ່ນຳເຂົ້າບໍ່ຖືກຕ້ອງຈາກປະເທດເພື່ອນບ້ານ ເຊິ່ງໄດ້ກວດພົບເຫັນຢູ່ບ້ານແກ້ງໝໍ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ມີປະເພດໝາກເຂືອ ຈຳນວນ 92 ຖົງ ນ້ຳໜັກ 920 ກິໂລ, ໝາກເຫຼ່ນ 6 ກະຕ່າ ໜັກ 120 ກິໂລ, ໝາກແຕງ 17 ຖົງ ໜັກ 170 ກິໂລ, ໃບຂີ້ຫູດ 2 ຖົງ ໜັກ 12 ກິໂລ, ຫອມບົ່ວ 20 ຖົງ ໜັກ 100 ກິໂລ ແລະ ຫອມລາບ 20 ຖົງ ໜັກ 100 ກິໂລ.

ທ່ານ ນັນຕາ ສານຸວົງ ໃຫ້ສຳພາດວ່າ:

ການຢຶດ ແລະ ທຳລາຍສິນຄ້າປະເພດພືດຜັກທີ່ນຳເຂົ້າບໍ່ຖືກຕ້ອງ ນັບຕັ້ງແຕ່ໄດ້ມີການແຕ່ງຕັ້ງຄະນະສະເພາະກິດຕາມຄຳສັ່ງເລກທີ 51/ນຍ ຂອງທ່ານນາຍົກລັດຖະມົນຕີ ໃນການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະ ພັນທີ່ຜະລິດຢູ່ພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ ປີ 2019 ນີ້ ແມ່ນເປັນຄັ້ງທີ 4 ແລ້ວ.

ສະນັ້ນ, ຂໍຝາກເຖິງບັນດາຜູ້ປະກອບການ, ພໍ່ຄ້າແມ່ຄ້າທີ່ຈະນຳສິນຄ້າປະເພດດັ່ງກ່າວເຂົ້າມາ ສປປ ລາວ ແມ່ນໃຫ້ນຳເຂົ້າແບບຖືກຕ້ອງຕາມກົດໝາຍຄັກແນ່.

ຖ້ານຳເຂົ້າບໍ່ຖືກຕ້ອງເຈົ້າໜ້າທີ່ພວກເຮົາກວດພົບເຫັນກໍຈະຖືກຢຶດ ແລະ ນຳໄປທຳລາຍຖິ້ມເໝືອນຄັ້ງນີ້.

ແຫຼ່ງຂໍ້ມູນ: ຂ່າວ: ສັນຕິ; ຮູບ: ສຸກສະຫວັນ, ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...