Friday, April 17, 2026
Kbank Laos โอน รับ จ่าย
-->

ທົ່ວປະເທດມີພະສົງ-ສາມະເນນ ຫຼາຍກວ່າ 26 ພັນອົງ

ພາບປະກອບ

ກອງ​ປະ­ຊຸມ​ຄົບ​ຄະ­ນະ​ກຳ­ມະ­ການ​ສູນ​ກາງ ອົງ­ການ​ສາ­ສະ­ໜາ​ສຳ­ພັນ​ລາວ (ອພສ) ​ຮັບ​ຟັງ​ລາຍ​ງານ​ຜົນ­ສຳ­ເລັດ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ສະ­ໄໝ​ທີ VII ຂອງ ອພສ ລາວ ປີ 2019.

ໄດ້​ສັງ­ເກດ​ຕີ​ລາ­ຄາ​ຄືນ​ດ້ານ​ດີ ດ້ານ​ອ່ອນ ແລະ ບົດ­ຮຽນ ທີ່​ຖອດ​ຖອນ​ໄດ້ ແລະ ສະ ເໜີ​ທິດ​ທາງ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ແຕ່​ລະ­ກຳ​ມາ​ທິ​ການ ປີ 2020 ໃນ ອພສ ທຸກ​ແຂວງ​ທົ່ວ​ປະ­ເທດ ໃນ 1 ປີ­ຜ່ານ­ມາ .

ພາບປະກອບ

ສູນ​ກາງ ອພສ ແລະ ອພສ ແຂວງ ໄດ້​ເຮັດ​ສຳ­ເລັດ​ຫຼາຍ​ວຽກ​ງານ​ທີ່​ພົ້ນ​ເດັ່ນ ໄດ້​ເອົາ­ໃຈ­ໃສ່​ບູ­ລະ­ນະ​ຂໍ້​ກຳ­ນົດ​ກົດ​ລະ­ບຽບ ແບບ­ແຜນ​ວິ­ທີ​ການ​ເຮັດ​ວຽກ​ຕ່າງໆ ໃນ​ການ​ປົກ­ຄອງ​ພະ­ສົງ​ທົ່ວ​ປະ­ເທດ ແລະ ຄຸ້ມ​ຄອງ​ພະ​ພຸດ​ທະ​ສາ­ສະ­ໜາ.

ເພື່ອຮັບ­ປະ­ກັນຄວາມສັກ­ສິດ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ພະ­ສົງ​ລາວ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເຮັດ​ໃຫ້​ພະ­ສົງ-ສາ­ມະ­ເນນ​ຢຶດ​ໝັ້ນ ແລະ ປະ­ຕິ­ບັດ​ຕາມ​ທັມ­ມະ​ວິ­ໄນ ຄຳ​ສັ່ງ­ສອນ​ຂອງ​ພະ​ສຳ​ມາ​ສຳ​ພຸດ­ທະ­ເຈົ້າ ແລະ ກິດ​ຈະ​ວັດ​ຂອງ​ຕົນ​ມີ​ລະ­ບຽບ​ວິ­ໄນ​ຂຶ້ນ​ຕື່ມ ພ້ອມ​ນີ້ ຍັງ​ໄດ້​ເອົາ­ໃຈ­ໃສ່​ເກັບ​ກຳ​ສະ­ຖິ­ຕິ​ພະ­ສົງ​ທົ່ວ​ປະ­ເທດ ປີ 2019.

ມີ​ພະ­ສົງ-ສາ­ມະ­ເນນ​ທັງ​ໝົດ 26.661 ອົງ ໃນ​ນັ້ນ ພະ­ສົງ 10.093 ອົງ ສາ­ມະ­ເນນ 16.568 ອົງ ພໍ່​ຂາວ-ແມ່​ຂາວ 724 ຕົນ ມິ​ວັດ​ທັງ​ໝົດ 4.765 ວັດ.

ໃນນັ້ນ ວັດ​ທີ່​ມີ​ພະ­ສົງ​ອາ­ໄສ​ຢູ່ 3.401 ວັດ ແລະ ວັດ​ທີ່​ບໍ່​ມີ​ພະ­ສົງ​ອາ­ໄສ​ຢູ່ 648 ວັດ.

ນອກ­ຈາກ ອພສ ສູນ​ກາງ​ແລ້ວ ອພສ ແຕ່​ລະ​ຂັ້ນ​ກໍ​ໄດ້​ເອົາ­ໃຈ­ໃສ່​ວຽກ​ງານ​ຂອງ​ຕົນ​ຢ່າງ​ຫ້າວ­ຫັນ ອັນ​ໄດ້​ເຮັດ​ໃຫ້​ອົງ­ການ​ພຸດ​ທະ​ສາ­ສະ­ໜາ​ເຮົາ​ມີ​ບົດ­ບາດ​ສູງ​ເດັ່ນ​ຂຶ້ນ​ໃນ​ເວ­ທີ​ພາກ​ພື້ນ ແລະ ສາ­ກົນ ມີ​ຄວາມ​ເຫຼື້ອມ​ໃສ ມີ​ຄວາມ​ສັດ­ທາ​ຈາກ​ສັງ­ຄົມ ກໍ​ຄື ປະ­ຊາ­ຊົນ​ບັນ­ດາ­ເຜົ່າ.

ສະ­ແດງອອກ ມີ​ອອກ​ຕົນ​ຍາດ​ໂຍມ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໄດ້​ສົມ­ທົບ​ວັດ­ຖຸ​ປັດ​ໄຈ​ເຂົ້າ​ໃນ​ການ​ບູ­ລະ­ນະ​ປະ­ຕິ ສັງ​ຂອນ​ວັດ​ວາ​ອາ​ຮາມ ແລະ ສະ­ຖານ­ທີ່​ທ່ອງ​ທ່ຽວ ທາງ​ດ້ານ​ວັດ­ທະ­ນະ­ທຳ​ຕ່າງໆ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ.

ເຮັດ​ໃຫ້​ວັດ ແລະ ສະ­ຖານ­ທີ່​ດັ່ງ­ກ່າວ​ມີ​ຄວາມ​ສວຍ​ສົດ​ງົດ​ງາມ​ເປັນ​ທີ່​ເພິ່ງ​ທາງ​ໃຈ ແລະ ເປັນ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ ປະ­ເທດ​ເຂົ້າ​ມາ​ທ່ຽວ​ຊົມ.

ພາບປະກອບ

ທ່ານ​ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຍັງ​ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ກອງ​ປະ­ຊຸມ ກ່ອນ​ອື່ນ​ທ່ານ​ໄດ້​ຕາງ­ໜ້າ​ໃຫ້ ພັກ-ລັດ ກໍ​ຄື ຄະ­ນະ​ກຳ­ມະ­ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ມາ​ຍັງ​ຄະ­ນະ​ກຳ­ມະ­ການ​ສູນ​ກາງ ອພສ ທີ່​ຍາດ​ໄດ້­ຜົນ​ງານ​ອັນ​ພົ້ນ​ເດັ່ນ ໃນ 1 ປີ­ຜ່ານ­ມາ.

ພ້ອມ​ທັງ​ເນັ້ນ​ໃຫ້​ເອົາ­ໃຈ­ໃສ່​ແກ້​ໄຂ​ຈຸດ​ທີ່​ຍັງ​ຄົງ​ຄ້າງ​ໃນ​ປີ ຜ່ານ​ມາ ເປັນ­ຕົ້ນ ການ​ແກ້​ໄຂ​ສະ­ພາບ​ຂອງ​ພະ­ສົງ​ສາ­ມະ­ເນນ ທີ່​ເຄື່ອນ​ໄຫວ​ບໍ່​ສອດ­ຄ່ອງ​ກັບ​ຫຼັກ​ສິນ​ທຳ ລະ­ບຽບ​ກົດ­ໝາຍ​ທີ່​ບໍ່​ທັນ​ໜັກ​ແໜ້ນ ຂາດ​ຄວາມ​ເປັນ​ເອ­ກະ​ພາບ​ກັນ ແລະ ແກ່­ຍາວ​ບໍ່​ເດັດ­ຂາດ.

ເພີ່ມ​ທະ­ວີ​ຄວາມ​ເປັນ​ເອ­ກະ​ພາບ​ຂອງ​ພະ­ສົງ​ສາ­ມະ­ເນນ ຄະ­ນະ​ປະ­ຈຳ​ສູນ​ກາງ ອພສ ຄະ­ນະ​ນຳ ອພສ ຂັ້ນ​ຕ່າງໆ ເພື່ອ​ແນ­ໃສ່​ຮັບ­ປະ­ກັນ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ການ​ຄຸ້ມ​ຄອງ​ພະ­ສົງ-ສາ­ມະ­ເນນ ທີ່​ຈະ​ອອກ​ໄປ​ສຶກ​ສາ​ຢູ່​ຕ່າງ­ປະ­ເທດ ກຳ­ມາ​ທິ​ການ​ສຶກ​ສາ​ສົງ​ຄວນ​ມີ​ການ​ຄົ້ນ­ຄວ້າ​ລະ­ອຽດ.

ພ້ອມ​ທັງ​ມີ​ການ​ປະ­ສານ​ສົມ­ທົບ​ແໜ້ນ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ເພື່ອ​ແນ­ໃສ່​ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ສົງ​ໃຫ້​ໄດ້​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ.

ຮຽບຮຽງຈາກ: ຫນັງສືພິມວຽງຈັນໃຫມ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.