Friday, July 11, 2025
Kbank Laos โอน รับ จ่าย

ນໍ້າປະປາທີ່ມີເກືອປົນຢູ່ຫຼວງນໍ້າທາໄດ້ຮັບການແກ້ໄຂແລ້ວ!!!

ທ່ານ ສອນໄຊ ຍົມມະລາ ຮອງຫົວໜ້າລັດວິສາຫະກິດນໍ້າປະປາສາຂາ ແຂວງຫຼວງນໍ້າທາໃຫ້ສຳພາດຕໍ່ນັກຂ່າວວ່າ:

ເລີ່ມແຕ່ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໂຮງງານນໍ້າປະປາບ້ານນາເຕີຍໄດ້ປະສົບປັນຫານໍ້າເກືອໄຫຼອອກມາຈາກອຸໂມງມິດຕະພາບລາວ-ຈີນສູ່ ແມ່ນໍ້າທຸງເຮັດໃຫ້ນໍ້າປະປາເຄັມກາງ ເດືອນຕຸລາ ໄດ້ສົມທົບກັບບໍລິສັດທາງ ລົດ ໄຟແລ້ວກໍ່ໄດ້ແກ້ໄຂພ້ອມນີ້ໂຄງການທາງລົດໄຟໄດ້ໃຫ້ງົບປະມານຈຳນວນໜຶ່ງສ້າງໂຮງງານນໍ້າປະປາບ້ານນາເຕີຍຊຶ່ງແມ່ນລັດວິສາຫະກິດນໍ້າປະປາເປັນຜູ້ອອກທຶນກ່ອນ ແລະໂຄງການທາງລົດໄຟເປັນຜູ້ໃຊ້ແທນຄືນມູນຄ່າ 300 ກວ່າລ້ານກີບ,ເພື່ອເຮັດໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າທີ່ສະອາດ, ໂຮງງານສາມາດຜະລິດນໍ້າໄດ້ 1,2 ພັນແມັດກ້ອນຕໍ່ມື້, ມີ 314 ຄົວເຮືອນທີ່ຊົມໃຊ້ນໍ້າເທົ່າກັບ 400 ແມັດກ້ອນຕໍ່ມື້.

ທ່ານ ຈັນທະຈອນ ແກ້ວລະຄອນຕາງ ໜ້າຄະນະຄຸ້ມຄອງໂຄງການທາງລົດໄຟແຂວງຫຼວງນໍ້າທາກ່າວວ່າ:

ນໍ້າເຄັມແມ່ນເນື່ອງຈາກການເຈາະອຸໂມງທາງລົດໄຟລາວ-ຈີນໃນຊ່ວງທ້າຍເດືອນກັນຍາຜ່ານມາເຈາະອຸໂມງມິດຕະພາບລາວ-ຈີນ ຊຶ່ງເຈາະໄປຖືກສາຍນໍ້າເກືອ ແລະໄດ້ເຮັດໃຫ້ນໍ້າເກືອໄຫຼໃສ່ແມ່ນໍ້າທຸງແລ້ວສົ່ງກະທົບຕໍ່ໂຮງງານນໍ້າປະປາບ້ານນາເຕີຍ,

ສະນ້ັນມາຮອດກາງເດືອນຕຸລາຄະນະປະສານງານຂັ້ນແຂວງຈິ່ຶງໄດ້ສົບທົບກັບລັດວິສາຫະກິດນ້ຳປະປາ, ຄະນະຄຸ້ມຄອງໂຄງການກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ລົງກວດກາຕົວຈິງຮ່ວມກັນແລ້ວໄດ້ເຫັນດີເປັນເອກະພາບໃຫ້ກໍ່ສ້າງຫົວງານນ້ຳປະປາບ້ານນາເຕີຍແຫ່ງໃໝ່ຢູເຂດບ້ານຕີນຕົກ ແລະວາງທໍ່ຈຳນວນໜຶ່ງເພື່ອແກ້ໄຂບັນຫານໍ້າເຄັມ.

ສຳລັບການກໍ່ສ້າງອຸໂມງທາງໂຄງການກໍ່ສ້າງທາງລົດໄຟກໍໄດ້ມີວິທີການແບບໃໝ່ໃນການແກ້ໄຂບັນຫານໍ້າເຄັມເຊັ່ນດຽວກັນເພື່ອເຮັດແນວໃດໃຫ້ນໍ້າເກືອທີ່ໄຫຼອອກຈາກການກໍ່ສ້າງອຸໂມງນັ້ນໃຫ້ຍັງປະລິມານໜ້ອຍທີ່ສຸດ, ການກວດກາເຫັນວ່ານໍ້າເກືອທີ່ໄຫຼອອກມານັ້ນແມ່ນມີປະລິມານໜ້ອຍລົງກວ່າເກົ່າ, ຜ່ານການວັດແທກຕົວຈິງເຫັນວ່າປະລິມານນໍ້າເກືອໃນເມື່ອກ່ອນ 4 ມີລີລິດຕໍ່ນໍ້າ 1 ລິດ ມາເປັນ 2 ມີລິລິດຕໍ່ນໍ້າ 1 ລິດ ແລ້ວມາຜະລິດເປັນນໍ້າປະປາເຫຼືອພຽງແຕ່ 0,13 ມີລີລິດຕໍ່ນໍ້າ 1 ລິດ ເຫັນວ່າຢູ່ໃນເກນມາດຕະຖານຂອງສາກົນ; ຊຶ່ງໃນຕໍ່ໜ້າທາງໂຄງການມີແຜນຈະໃຊ້ເຕັກນິກສູງກວ່າເກົ່າເຂົ້າໃນການກໍ່ສ້າງອຸໂມງດັ່ງກ່າວເພື່ອບໍ່ໃຫ້ມີນໍ້າເກືອໄຫຼອອກມາ ແລະ ສົ່ງຜົນກະທົບຕໍ່ສາຍນໍ້າທຸງອີກ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ກິ່ນນາລົມ ແອ່ນຖ່າຍໄທ, ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.