ກະຊວງການເງິນ ແຈ້ງໂຈະການເຄື່ອນໄຫວ 5 ບໍລິສັດ ວິສາຫະກິດບັນຊີ ແລະ ກວດສອບ

ແຈ້ງການ, ຈາກກະຊວງການເງິນ ເລກທີ 3077/ຫກງ, ລົງວັນທີ 12 ທັນວາ 2019

• ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ນັບຖື

• ເລື່ອງ: ໂຈະການເຄື່ອນໄຫວຂອງວິສາຫະກິດບັນຊີ ແລະ ກວດສອບ.

ຫ້ອງການກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຊາບກ່ຽວກັບການໂຈະການເຄື່ອນໄຫວຂອງ ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ທີ່ມີລາຍຊື່ດັ່ງນີ້:

1. ວິສາຫະກິດສ່ວນບຸກຄົນ ແສງສະເດັດທີ່ປຶກສາບັນຊີ

2. ບໍລິສັດ ສະຫວັນ ທີ່ປຶກສາກວດສອບເຝິກດ້ານບັນຊີ ຈໍາກັດຜູ້ດຽວ

3. ບໍລິສັດ ຍອດດາວ ທີ່ປຶກສາບັນຊີ ແລະ ກວດສອບ ຈໍາກັດຜູ້ດຽວ

4. ບໍລິສັດ ພີເອສພີ ຈໍາກັດ

5 ບໍລິສັດ ເອສແອນພີເອັນຈີ ທີ່ປຶກສາບັນຊີ ຈໍາກັດ

ໃນໄລຍະໂຈະການເຄື່ອນໄຫວດໍາເນີນທຸລະກິດ 03 ເດືອນ ຫ້າມວິສາຫະກິດທີ່ມີລາຍຊື່ຂ້າງເທິງນີ້ເຄື່ອນໄຫວດໍາເນີນທຸລະກິດ ຈົນກວ່າຈະມີການປັບປຸງແກ້ໄຂຂໍ້ຄົງຄ້າງ ຫຼື ເງື່ອນໄຂການດໍາເນີນທຸລະກິດ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.

ຖ້າພົບເຫັນການກະທໍາຜິດຕໍ່ແຈ້ງການສະບັບນີ້ ຈະຖືກດໍາເນີນມາດຕະການຕາມແຕ່ລະກໍລະນີຫນັກ ຫຼື ເບົາຂອງກົດຫມາຍວ່າດ້ວຍການ ກວດສອບອິດສະຫຼະ ສະບັບເລກທີ 51/ສພຊ, ລົງວັນທີ 22 ກໍລະກົດ 2014.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງ ໃຫ້ໄດ້ຮັບຜົນດີ.

ແຫຼ່ງຂໍ້ມູນ : ວາລະສານ ທາເກັດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...