ເສດຖະກິດສະຫວັນນະເຂດ ອາດຂະຫຍາຍຕົວບໍ່ບັນລຸຕາມແຜນການ

ສະຫວັນນະເຂດ ຄາດເສດຖະກິດໝົດປີ 2019 ຈະຂະຫຍາຍຕົວຢູ່ທີ່ 9,2% ຕາມແຜນແມ່ນຢູ່ທີ່ 9,5% ລາຍຮັບສະເລ່ຍຕໍ່ຫົວຄົນຈະຢູ່ທີ່ 2.126 ໂດລາ, ຂະນະທີ່ຂະແໜງອຸດສາຫະກຳຂະຫຍາຍຕົວລື່ນແຜນ.

ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຕີລາຄາຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນປີ 2019 ແລະ ບາງຈຸດສຸມໃນປີ 2020 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດເປີດກວ້າງ ຄັ້ງທີ 8 ສະໄໝທີ VIII ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 – 25 ທັນວາ 2019 ວ່າ:

ໄລຍະ 1 ປີຜ່ານມາ ວຽກງານ ປກຊ – ປກສ ທົ່ວແຂວງໄດ້ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 73 ບ້ານ ເທົ່າກັບ 28,29%, ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ແລ້ວ 909 ບ້ານ ເພີ່ມຂຶ້ນ 68 ບ້ານ ເທົ່າກັບ 88,94% ຂອງແຜນການ, ດ້ານການພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ແລະ ວຽກງານ 3 ສ້າງ ມາຮອດປັດຈຸບັນທົ່ວແຂວງຍັງເຫຼືອບ້ານທຸກຍາກ 94 ບ້ານ ທຽບໃສ່ປີ 2016 ຫຼຸດລົງ 55 ບ້ານ, ຄອບຄົວທຸກຍາກຍັງເຫຼືອ 7.048 ຄອບຄົວ ທຽບໃສ່ປີ 2016 ຫຼຸດລົງ 1.585 ຄອບຄົວ.

ດ້ານເສດຖະກິດມະຫາພາກຄາດວ່າໝົດປີ 2019 ເສດຖະກິດແຂວງຈະຂະຫຍາຍຕົວຢູ່ໃນລະດັບ 9,2% ( ແຜນການ 9,5% ) ຄິດເປັນມູນຄ່າ 18.928,6 ຕື້ກີບ ( ແຜນການປີ 18.987,78 ຕື້ກີບ ) ສະເລ່ຍຕໍ່ຫົວຄົນ 2.126 ໂດລາສະຫະລັດ.

ສ່ວນຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວ 2% ເນື່ອງຈາກການຜະລິດເຂົ້ານາປີປະມານ 599.231 ໂຕນ ເທົ່າກັບ 68,75% ຂອງແຜນການ ( ແຜນການ 871.610 ໂຕນ ) ສາເຫດທີ່ເຮັດໃຫ້ຜົນຜະລິດບໍ່ໄດ້ຕາມແຜນການແມ່ນຍ້ອນໃນລະດູການຜະລິດເຂົ້ານາປີໄດ້ເກີດຝົນຂາດໄລຍະປັກດຳ, ຕໍ່ມາກໍເກີດມີສະພາບໄພນ້ຳຖ້ວມໜັກຕື່ມອີກ.

ດ້ານຂະແໜງອຸດສາຫະກຳຈະຂະຫຍາຍຕົວໃນລະດັບ 13,46% ລື່ນແຜນການ 0,84%, ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບ 10,09% ຫຼຸດລົງ 0,8% ປັດໄຈທີ່ເຮັດບໍ່ໄດ້ຕາມແຜນການຍ້ອນການເກັບລາຍຮັບພາສີຫຼາຍລາຍການຢູ່ໃນຂອບຂອງ AFTA ໃນອັດຕາ 0% ແລະ ປັດໄຈອື່ນໆ.

ດ້ານການລົງທຶນຂອງລັດປະຕິບັດໄດ້ ທັງໝົດ 366 ໂຄງການ, ມີມູນຄ່າ 206,85 ຕື້ກີບ ເທົ່າກັບ 96,80%. ໃນນີ້, ເປັນທຶນພາຍໃນ 85,56 ຕື້ກີບ ແລະ ທຶນຕ່າງປະເທດ 121,29 ຕື້ກີບ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...