Saturday, February 14, 2026
Kbank Laos โอน รับ จ่าย

ແຂວງໄຊຍະບູລີ ກຽມຜະລິດພືດລະດູແລ້ງ 16 ພັນກວ່າເຮັກຕາ

ປັດຈຸບັນການເກັບກູ້ຜົນຜະລິດລະດູຝົນຊາວກະສິກອນທົ່ວແຂວງໄຊຍະບູລີ ສໍາເລັດ 100% ແຕ່ຜົນຜະລິດເມື່ອທຽບໃສ່ແຜນການທີ່ຕັ້ງໄວ້ແມ່ນບໍ່ໄດ້ຕາມແຜນ. ຂະນະທີ່ການຕົກກ້າກຽມປູກເຂົ້ານາແຊງໄດ້ແລ້ວ ກວ່າ 32% ສ່ວນເນື້ອທີ່ການຜະລິດພືດລະດູແລ້ງຢູ່ທີ່ 16 ພັນ ກວ່າເຮັກຕາ.

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການຜະລິດລະດູຝົນປີ 2019 ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 156.767 ເຮັກຕາ.

ໃນນີ້, ເນື້ອທີ່ນາປີ 34.287 ເຮັກຕາ, ເຂົ້າໄຮ່ 10.480 ເຮັກຕາ ແລະ ປູກພືດຕ່າງໆ 112.000 ເຮັກຕາ. ຜ່ານການຈັດຕັ້ງປະຕິບັດເນື້ອທີ່ປູກເຂົ້ານາປີປັກດໍາຕົວຈິງໄດ້ 32.747 ເຮັກຕາ ເທົ່າກັບ 95,51% ຂອງແຜນການ, ມີເນື້ອທີ່ເສຍຫາຍຈາກໄພແຫ້ງແລ້ງ 3.687 ເຮັກຕາ, ເນື້ອທີ່ເກັບກ່ຽວຕົວຈິງ 29.017 ເຮັກຕາ, ສະມັດ ຖະພາບສະເລ່ຍ 4,31 ໂຕນຕໍ່ເຮັກຕາ, ຜົນຜະລິດທັງໝົດ 125.152 ໂຕນ, ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 4.546 ເຮັກຕາ, ຜົນຜະລິດຫຼຸດລົງ 27.015 ໂຕນ.

ເຂົ້າໄຮ່ເນື້ອທີ່ແຜນການທັງໝົດ 10.480 ເຮັກຕາ ປະຕິບັດຕົວຈິງ 11.185,11 ເຮັກຕາ ເທົ່າກັບ 106,73% ຂອງແຜນການ. ປັດຈຸບັນແມ່ນເກັບກູ້ສໍາເລັດແລ້ວ 100% ເສຍຫາຍຈາກໄພແຫ້ງແລ້ງ 1.452 ເຮັກຕາກວ່າ ເນື້ອທີ່ເກັບກ່ຽວຕົວຈິງ 9.732 ເຮັກຕາກວ່າ, ສະມັດຖະພາບສະເລ່ຍ 1,68 ໂຕນຕໍ່ເຮັກຕາ, ຜົນຜະລິດ 16.324 ໂຕນ ກວ່າ, ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 683 ເຮັກຕາກວ່າ, ຜົນຜະລິດຫຼຸດລົງ 7.696 ໂຕນ.

ການປູກພືດລະດູຝົນເນື້ອທີ່ແຜນການທັງໝົດ 112.000 ເຮັກຕາ, ປະຕິບັດຕົວຈິງ 110.371 ເຮັກຕາ ເທົ່າກັບ 98,54% ຂອງແຜນການ, ປັດຈຸບັນເກັບກູ້ສໍາເລັດ 100% ມີເນື້ອທີ່ເສຍຫາຍຈາກໄພແຫ້ງແລ້ງ 1.452 ເຮັກຕາກວ່າ, ເນື້ອທີ່ເກັບກູ້ຕົວຈິງ 105.264 ເຮັກຕາ, ສະມັດຖະພາບສະເລ່ຍ 11,56 ໂຕນຕໍ່ເຮັກຕາ, ຜົນຜະລິດ 1.216.427 ໂຕນ, ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 2.557 ເຮັກຕາ, ຜົນຜະລິດຫຼຸດລົງ 189.423 ກວ່າໂຕນ.

ສໍາລັບການຜະລິດພືດລະດູແລ້ງປີ 2019 – 2020 ນີ້ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 16.891 ເຮັກຕາ. ໃນນີ້, ເນື້ອທີ່ປູກເຂົ້ານາແຊງແຜນການທັງໝົດ 2.300 ເຮັກຕາ, ຄາດຄະເນສະມັດຖະພາບສະເລ່ຍ 4,75 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດທັງໝົດ 10.929 ໂຕນ, ມາຮອດປັດຈຸບັນຕົກກ້າໄດ້ 32,05%, ແນວປູກ 46.018 ກິໂລ, ກຽມດິນໄດ້ 533,92 ເຮັກຕາ ເທົ່າກັບ 23,21% ແລະ ປັກດໍາໄດ້ 148,64 ເຮັກຕາ ເທົ່າກັບ 6,46% ຂອງແຜນການ.

ເນື້ອທີ່ແຜນການປູກພືດທັງໝົດ 14.591 ເຮັກຕາ ຄາດຄະເນຜະລິດຕະພາບ 6,66 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 97.217 ໂຕນ, ມາຮອດປັດຈຸບັນປະຕິບັດໄດ້ 3.903 ເຮັກຕາ ເທົ່າກັບ 26,75% ຂອງແຜນການ.

ສະເພາະການປູກພືດລະດູແລ້ງປີນີ້ແຂວງໄຊຍະບູລີ ແມ່ນໄດ້ສຸມໃສ່ພືດເປັນສິນຄ້າສົ່ງອອກ ໂດຍສະເພາະການປູກໝາກໂມຢູ່ບັນດາເມືອງຕ່າງໆ ມີທັງໝົດ 1.534 ເຮັກຕາ, ປັດຈຸບັນປູກສໍາເລັດແລ້ວ 785 ເຮັກຕາ, ປູກຖົ່ວເຫຼືອງຟັກສົດ ມີເນື້ອທີ່ແຜນການ 240 ເຮັກຕາ ປັດຈຸບັນກໍາລັງກຽມດິນໄດ້ 422 ເຮັກຕາ ປູກສໍາເລັດແລ້ວ 147 ກວ່າເຮັກຕາ.

ເພື່ອຮັບປະກັນການຜະລິດລະດູແລ້ງປີນີ້ໃຫ້ໄດ້ຮັບຜົນ ແລະ ບັນລຸຕາມແຜນການທີ່ວາງໄວ້ ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ສົມທົບກັບບັນດາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃນການປຸກລະດົມຊາວກະສິກອນ ແລະ ບັນດາຫົວໜ່ວຍທຸລະກິດຈັດຕັ້ງປະຕິບັດແຕ່ຫົວທີ ໂດຍຖືເອົາ 3 ວັນກະສິກໍາເປັນມື້ເລີ່ມຕົ້ນ ພ້ອມແຕ່ງຕັ້ງພະນັກງານວິຊາການທີ່ກ່ຽວຂ້ອງລົງຊຸກຍູ້ຢູ່ແຕ່ລະເມືອງ, ກະກຽມແຜນການຕ້ານແລ້ງຕ້ານຖ້ວມ, ແຜນປ້ອງກັນກໍາຈັດສັດຕູພືດ, ກະກຽມແນວພັນພືດເຂົ້າ, ຈັກສູບນໍ້າ ແລະ ຢາປາບສັດຕູພືດແຕ່ຫົວທີ ແລະ ຄາດວ່າການຜະລິດລະດູແລ້ງປີນີ້ຈະສາມາດບັນລຸຕາມແຜນການທີ່ວາງໄວ້.

ແຫຼ່ງຂໍ້ມູນ: ຂ່າວ: ບຸນທີ, ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ຊຸກຍູ້ການເຕີບໂຕຂອງການບິນໃນພາກພື້ນອາຊີ-ປາຊີຟິກ ໃນໄລຍະໃໝ່

ນະຄອນຫຼວງວຽງຈັນ, ວັນທີ 6 ກຸມພາ 2026 – ສາຍການບິນ Vietjet ໄດ້ປະກາດຜົນສຳເລັດທາງຍຸດທະສາດຢ່າງຕໍ່ເນື່ອງ ເພື່ອສະໜັບສະໜູນການຂະຫຍາຍຕົວໃນໄລຍະຍາວທົ່ວພາກພື້ນອາຊີ-ປາຊີຟິກ. ໂດຍ Vietjet ຈະມີບົດບາດເປັນຄູ່ຮ່ວມງານຂອງ “ສູນກາງການເງິນການບິນອາຊີ-ປາຊີຟິກ” (Asia-Pacific Aviation Financial Hub) ທີ່ຫາກໍ່ເປີດຕົວໃໝ່, ພ້ອມທັງມີຂໍ້ຕົກລົງກ່ຽວກັບເຄື່ອງຈັກເຮືອບິນໃໝ່ ແລະ ການຮ່ວມມືດ້ານການເງິນການບິນ.

🎨 ສີຜົມມຸງຄຸນ 2026 ຕາມວັນເກີດ: ປ່ຽນລຸກໃຫ້ງາມ, ເສີມດວງໃຫ້ເຮັງ ຮັບປີໃໝ່! 💆‍♀️🔮

ເລີ່ມຕົ້ນປີໃໝ່ທັງທີ ຫຼາຍຄົນຄົງກຳລັງຊອກຫາວິທີເສີມຄວາມໝັ້ນໃຈ ແລະ ໜຶ່ງໃນນັ້ນກໍຄື "ການປ່ຽນສີຜົມ"! ເພາະເຊື່ອກັນວ່າຈະຊ່ວຍເສີມພະລັງຊີວິດໃຫ້ດີຂຶ້ນ. ມື້ນີ້ເຮົາຈະພາໄປເຊັກສີຜົມມຸງຄຸນ 2569 ສຳລັບທັງ 7 ວັນ ເອົາໃຈສາຍມູທີ່ຢາກປ່ຽນລຸກໃໝ່ໄປພ້ອມກັບການເສີມດວງຊະຕາ! 🚀🌈

Vietjet ສ້າງຜົນງານຢ່າງແຂງແຮງໃນປີ 2025 ດ້ວຍການເຕີບໂຕຂອງລາຍຮັບໃນໄຕມາດ 4 ເຖິງ 47% ພ້ອມຂະຫຍາຍເຄືອຂ່າຍການບິນໄປທົ່ວໂລກ

ນະຄອນຫຼວງວຽງຈັນ, ວັນທີ 3 ກຸມພາ 2026 - ບໍລິສັດ ຮຸ້ນສ່ວນການບິນ ຫວຽດເຈັດ (Vietjet Aviation Joint Stock Company - HOSE: VJC) ໄດ້ລາຍງານການເຕີບໂຕຂອງລາຍຮັບ ແລະ ກຳໄລຢ່າງແຂງແຮງໃນໄຕມາດທີ 4 ແລະ ຕະຫຼອດສົກປີ 2025, ເຊິ່ງເປັນການຢືນຢັນເຖິງຂີດຄວາມສາມາດໃນການດຳເນີນງານທີ່ຄ່ອງຕົວ ແລະ ມີປະສິດທິພາບຂອງສາຍການບິນ. ໝາກຜົນເຫຼົ່ານີ້ໄດ້ກາຍເປັນພື້ນຖານທີ່ໝັ້ນຄົງໃຫ້ແກ່ Vietjet ໃນການກ້າວເຂົ້າສູ່ປີ 2026 ພ້ອມກັບຍຸດທະສາດການເຕີບໂຕໃນລະດັບສາກົນທີ່ທະເຍີທະຍານ.