ລັດຖະບານ ຈະຂະຫຍາຍຕະຫລາດຈຳໜ່າຍໄຟຟ້າຢູ່ພາຍໃນ ແລະ ຕ່າງປະເທດ

ໃນຊຸມປີຕໍ່ໜ້າ ຂະແໜງພະລັງງານ ແລະ ບໍ່ແຮ່ ມີແຜນຈະຂະຫຍາຍຕະຫລາດຈຳໜ່າຍໄຟຟ້າ ຄື ຕະຫລາດພາຍໃນ ແລະ ຕ່າງປະເທດ,

ເຊິ່ງຂະແໜງດັ່ງກ່າວໄດ້ສ້າງແຜນພັດທະນາທີ່ມີລັກສະນະເຊື່ອມສານຢ່າງກົມກຽວ ກັບຫລາຍຂະແໜງການພາຍໃນປະເທດ ເພື່ອກຳນົດຄວາມຕ້ອງການພາຍໃນໃຫ້ຊັດເຈນ ເຊັ່ນ:

ການຊົມໃຊ້ໄຟຟ້າໃນເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ເຂດອຸດສາຫະກຳ, ບັນດາໜໍ່ແໜງອຸດສາຫະກຳໜັກ-ອຸດສາຫະກຳປຸງແຕ່ງຕ່າງໆ ທີ່ຈະເກີດຂຶ້ນຢູ່ແຕ່ລະແຂວງ ໃນຊຸມປີຕໍ່ໜ້າ ແລະ ເພື່ອສະໜອງແຫລ່ງພະລັງງານໄຟຟ້າຢ່າງພຽງພໍ ແລະ ມີຄຸນນະພາບລວມທັງນະໂຍບາຍຕ່າງໆ ກ່ຽວກັບການດຶງດູດນັກລົງທຶນໄປພ້ອມໆກັນ ເພື່ອໃຫ້ທຸກພາກ ສ່ວນເສດຖະກິດ ສາມາດເຂົ້າເຖິງໄຟຟ້າ, ພຽງພໍ ລາຄາສົມເຫດສົມຜົນ ໃນຂອບເຂດທົ່ວປະເທດ ໂດຍສະເພາະອັດຕາການຊົມໃຊ້ໄຟຟ້າຂອງພໍ່ແມ່ປະຊາຊົນ ໃຫ້ບັນລຸ 98%.

ໃນປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດມີພຽງແຕ່ 1.222 ເມກາວັດ ແລະ ຄາດຄະເນວ່າຄວາມຕ້ອງການພະລັງ ງານໄຟຟ້າຢູ່ພາຍໃນຈະເພີ່ມຂຶ້ນເຖິງ 1.800 ເມກາວັດ ໃນປີ 2020-2025

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໃນວັນທີ 20 ທັນວາ 2019.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...