ພິທີຮັບຮອງກຸ່ມບ້ານເກົ້າລ້ຽວເປັນບ້ານສາມັກຄີປອງດອງ

ທີ່ກອງບັນຊາການທະຫານເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີຮັບຮອງ 6 ບ້ານ ເປັນບ້ານສາມັກຄີປອງດອງ ໂດຍເປັນປະທານຂອງທ່ານ ອູ່ທອງ ດວງມະນີ ປະທານແນວລາວສ້າງຊາດເມືອງສີໂຄດຕະບອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນທ່ຽງ ຂຸນສີ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ, ມີທ່ານ ບຸນມີ ໄຊຍະວົງ ຮອງເຈົ້າເມືອງໆ ສີໂຄດຕະບອງ ແລະ ພໍ່ແມ່ປະຊາຊົນ 6 ບ້ານເຂົ້າຮ່ວມ.

ໃນພິທີຄັ້ງນີ້, ນາຍບ້ານໆ ເກົ້າລ້ຽວ ໄດ້ລາຍງານໃຫ້ຮູ້ວ່າ: ກຸ່ມບ້ານເກົ້າລ້ຽວ ປະກອບມີ 7 ບ້ານຄື:

ບ້ານສີຊົມຊື່ນ, ບ້ານໂນນສະຫວ່າງ, ບ້ານໂພນສະຫວາດເໜືອ, ບ້ານໂນນແກ້ວ, ບ້ານເກົ້າລ້ຽວ, ບ້ານດ່ານຄໍາ ແລະ ບ້ານດອນຊິງຊູ; ກຸ່ມບ້ານເກົ້າລ້ຽວ ມີເນື້ອທີ່ທັງໝົດ 5,191,831 ຕາແມັດ, ມີ 2,677 ຄອບຄົວ, ມີພົນລະເມືອງ 13,513 ຄົນ, ຍິງ 6,947 ຄົນ

ປະກອບມີ 3 ເຜົ່າ: ລາວ, ມົ້ງ ແລະ ເຜົ່າກືມມຸ. ປະຊາຊົນສ່ວນຫຼາຍແມ່ນຖືສາສະໜາພຸດ, ອາຊີບສ່ວນຫຼາຍແມ່ນຄ້າຂາຍ ມີລາຍໄດ້ສະເລ່ຍຫົວຄົນ 1,500 ໂດລາ/ຄົນ/ປີ, ມີກອງທືນພັດທະນາບ້ານ 3 ກອງທຶນ, ລວມມີສະມາຊິກ 490 ຄົນ, ມີເງີນກອງທືນທັງໝົດ ສອງຕື້ກວ່າລ້ານກີບ, ນັບແຕ່ມີແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກເປັນຕົ້ນມາ ໂດຍສະເພາະນັບແຕ່ມີມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫຼວງ,

ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງສີໂຄດຕະບອງ ກຸ່ມບ້ານເກົ້າລ້ຽວ ພວກເຮົາໄດ້ນໍາພາຈັດຕັ້ງຜັນຂະຫຍາຍເປັນອັນລະອຽດເຂົ້າໃນວຽກງານຕົວຈິງ ເຮັດໃຫ້ເສດຖະກິດ-ສັງຄົມພາຍໃນກຸ່ມນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ປະຊາຊົນແຕ່ລະຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວຂຶ້ນສາມາດເປັນຄອບຄົວອຸດົມສົມບູນ ແລະ ກາຍເປັນຄອບຄົວຮັ່ງມີຈໍານວນໜຶ່ງ ຄຽງຄູ່ກັບຈຸດດີກໍ່ຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງເຊັ່ນ: ຍັງມີບາງປະກົດການຫຍໍ້ທໍ້ໃນສັງຄົມ, ໂດຍສະເພາະແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ບຸນທ່ຽງ ຂຸນສີ ໄດ້ເປັນກຽດໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາເມືອງກໍ່ຄືແນວລາວສ້າງຊາດເມືອງ ແລະ ບ້ານ ທີ່ໄດ້ເອົາໃຈໃສ່ໃນຊີ້ນໍາໆ ພາການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງກຸ່ມບ້ານເກົ້າລ້ຽວ ທີ່ໄດ້ບັນລຸໄປຕາມຄາດໝາຍທີ່ວາງໄວ້, ຖືວ່າວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເປັນວຽກງານໜຶ່ງໃນມາດຕະຖານຂອງບ້ານພັດທະນາທີ່ມີຄວາມສໍາຄັນ ແລະ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ມີຄວາມສາມັກຄີເປັນເອກະພາບກັນ.

ພ້ອມກັນນີ້, ທ່ານໄດ້ຮຽກຮ້ອງໃຫ້ແນວລາວສ້າງຊາດເມືອງ-ບ້ານສືບຕໍ່ຜັນຂະຫຍາຍນະໂຍບາຍແນວໂຮມຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ສຶກສາອົບຮົມ, ປຸກລະດົມ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຕົນເອງ ແນໃສ່ການແກ້ໄຂຄວາມທຸກຍາກຂອງຄອບຄົວ, ເພື່ອເປັນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນໂດຍຖືເອົາຫົວໜ່ວຍຄອບຄົວ ແລະ ຮາກຖານບ້ານເປັນໃຈກາງ.

ໃນໃນພິທີດັ່ງກ່າວ, ໄດ້ມີການມອບ-ຮັບໃບຢັ້ງຢືນຄອບຄົວສາມັກຄີ ແລະ ໄດ້ມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຂອງຂະບວນການດັ່ງກ່າວຕື່ມອີກ.

ແຫຼ່ງຂໍ້ມູນ: ກົມໂຄສະນາ-ອົບຮົມ ສນຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...