ລັດຖະບານໄທ ປ່ອຍເງິນກູ້ໃຫ້ ສປປ ລາວ ມູນຄ່າ 1.380 ລ້ານບາດ

ໂຄສົກປະຈໍາ ນາຍົກລັດຖະມົນຕີ ແຫ່ງຣາຊະອານະຈັກໄທ ກ່າວວ່າ ຄະນະລັດຖະມົນຕີ ເຫັນດີ ໃຫ້ສໍານັກງານຄວາມຮ່ວມມື ພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ ໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນ ແກ່ ສປປ ລາວ ເພື່ອນໍາໄປດໍາເນີນໂຄງການພັດທະນາ ພື້ນຖານໂຄງລ່າງ ໃນປະເທດເພື່ອນບ້ານ ໂດຍ ການຊ່ວຍເຫຼືອ ເປັນຮູບແບບເງິນກູ້ຢືມ ດອກເບ້ຍຕໍ່າ.​

ໃນສ່ວນຂອງການຊ່ວຍເຫຼືອ ສປປ ລາວ ຈະເປັນວົງເງິນຄ່າໃຊ້ຈ່າຍ ສໍາຫຼັບໂຄງການກໍ່ສ້າງຂົວມິດຕະພາບ ລາວໄທ ແຫ່ງທີ່ 5 ຢູ່ແຂວງບໍລິຄໍາໄຊ ສປປ ລາວ ແລະ ຈັງຫວັດບຶງການ ຂອງ ໄທ ໂດຍປ່ອຍເງິນກູ້ລວມ 1.380 ລ້ານບາດ ດອກເບ້ຍ 1.5% ອາຍຸສັນຍາ 30 ປີ ລວມໄລຍະເວລາ ໝົດໜີ້ 7 ປີ.​

ໂຄງການດັ່ງກ່າວ ມີເສັ້ນທາງເລີ້ມຈາກ ບ້ານກ້ວຍ, ເມືອງປາກຊັນ ແຂວງບໍລິຄໍາໄຊ ສປປ ລາວ ເຂົ້າໄປຫາ ຕໍາບົນໄຄສີ, ອໍາເພີເມືອງ ບຶງການ, ຈັງຫວັດບຶງການ ຂອງໄທ ໂດຍຄ່າໃຊ້ຈ່າຍຝ່າຍ ລາວ ແມ່ນ 1,380 ລ້ານບາດ ແລະ ຝ່າຍໄທ ແມ່ນ 2,630 ລ້ານບາດ.

ແຫຼ່ງຂໍ້ມູນ:​ Tarket Magazine

https://www.prachachat.net/local-economy/news-404941

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...