ຊົມເຊີຍການນຳ!!! ເປີດອະນຸສອນສະຖານສຳນັກງານສູນກາງຊີ້ນຳການປະຕິວັດເຂດຊຽງຂວາງ

ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ,ຮອງປະທານປະເທດແຫ່ງສປປ ລາວ,ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,ລັດຖະມົນຕີກະຊວງປ້ອງກັນປະເທດ,ການນຳພັກ-ລັດຂັ້ນສູນກາງ,ແຂວງຊຽງຂວາງ ແລະ ປະຊາຊົນແຂວງດັ່ງກ່າວໄດ້ເຂົ້າຮ່ວມພິທີໄຂອະນຸສອນສະຖານສຳນັກງານສູນກາງຊີ້ນຳການປະຕິວັດເຂດຊຽງຂວາງ(ໄລຍະປີ 1964-1972).

ຢູ່ສະຖານທີ່ແຫ່ງນີ້ິ້,ສຳນັກງານສູນກາງໄດ້ເຂົ້າມາຕັ້ງໃນຊຸມປີ 1960 ໂດຍມີບັນດາທ່ານຜູ້ນໍາການ ປະຕິວັດຄືທ່ານ ໜູຮັກ ພູມສະຫວັນ,ທ່ານ ພູມີ ວົງວິຈິດ,ທ່ານ ຄຳໄຕ ສີພັນດອນ,ທ່ານ ພູນ ສີປະ ເສີດ,ທ່ານ ສະໝານ ວິຍະເກດ.

ທ່ານ ສິງກະໂປ ສີໂຄດຈຸນນະມານີ ເປັນຜູ້ນຳພາຊີ້ນຳໂດຍກົງຂະບວນປະຕິວັດ ສ້າງເຂດປົດປ່ອຍ ກໍ່ສ້າງກຳລັງປະຕິວັດ ຂະຫຍາຍສົງຄາມປະຊາຊົນຢູ່ແຂວງຊຽງຂວາງ ຕີຕ້ານທຸກກົນອຸບາຍເລ່ຫລ່ຽມຂອງພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ພວກປະຕິການຂາຍຊາດໃຫ້ປະລາໄຊ ປະກອບສ່ວນຢ່າງສຳຄັນເຂົ້າໃນໄຊຊະນະຂອງການປະຕິວັດໃນປີ 1975.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...