Monday, February 17, 2025

ມອບ-ຮັບໂຄງການກໍ່ສ້າງໂຮງໝໍຫຼັງໃໝ່ ຂອງທະຫານແຂວງອຸດົມໄຊ

ໂຄງການກໍ່ສ້າງໂຮງໝໍຫຼັງ ໃໝ່ທະຫານແຂວງອຸດົມໄຊ ໄດ້ ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ມີນາ 2019 ຜ່ານມາ, ແມ່ນໄດ້ສຳເລັດ 100% ພ້ອມທັງໄດ້ຈັດ ພິທີມອບ-ຮັບ ໃນວັນທີ 31 ທັນວາ 2019 ນີ້,

ໂຮງໝໍດັ່ງກ່າວ ເປັນອາຄານ 2 ຊັ້ນ ມີທັງໝົດ 20 ຫ້ອງ, ຫ້ອງທ່ານ ໝໍ 2 ຫ້ອງ, ຫ້ອງແພດຍາມ 1 ຫ້ອງ, ຫ້ອງໄອຊີຍູ 2 ຫ້ອງ, ຫ້ອງກວດແມ່ ແລະ ເດັກ 1 ຫ້ອງ, ຫ້ອງນອນຄົນເຈັບທີ່ເປັນຫ້ອງໂຖງ 2 ຫ້ອງ ແລະ ຫ້ອງນອນຄົນເຈັບພາຍໃນ 12 ຫ້ອງ ປະກອບດ້ວຍລະບົບໄຟຟ້າ, ແອ, ນໍ້າປະປາຄົບຊຸດ, ມີເນື້ອທີ່ການກໍ່ສ້າງທັງໝົດ 480 ຕາແມັດ ລວມມູນຄ່າການກໍ່ສ້າງທັງໝົດ 6 ຕື້ດົ່ງ ສະກຸນເງິນຫວຽດ ໂດຍແມ່ນທຶນຊ່ວຍເຫຼືອລ້າຈາກກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ.

ເຊິ່ງກ່າວມອບໂດຍ ສະຫາຍ ພົນຈັດຕະວາ ເຈິນງ໋ອກຕ໋ວນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານເຂດ 2 ກອງທັບ ປະຊາຊົນຫວຽດນາມ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະການປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ອຸດົມໄຊ ແຫ່ງ ສປປ ລາວ,

ໂດຍມີ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການ ຄະນະພັກກົມໃຫຍ່, ຫົວໜ້າກົມ ເສນາຮັກກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ບຸ່ຍວັນດ້າຍ ກຳມະການພັກທະຫານເຂດ 2 ອຳນວຍການ ບໍລິສັດ 705 ກອງທັບປະຊາຊົນຫວຽດນາມປະຈຳ ແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນທີ່ກ່ຽວ ຂ້ອງທັງສອງປະເທດເຂົ້າຮ່ວມ ເປັນສັກຂີພະຍານ.

ໃນພິທີ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ໄດ້ກ່າວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ການນຳພັກ-ລັດ ສສ ຫວຽດນາມ ໂດຍສະເພາະແມ່ນຄະນະພັກ-ຄະນະບັນຊາກອງບັນຊາການທະ ຫານເຂດ 2 ກອງທັບປະຊາຊົນ ຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫຼືອລ້າສ້າງໂຮງໝໍດັ່ງກ່າວໃຫ້ ທະຫານແຂວງອຸດົມໄຊ, ທັງໝົດນີ້ມັນໄດ້ສະແດງເຖິງຄວາມສາມັກຄີຮັກແພງຖານອ້າຍນ້ອງ, ການພົວພັນຮ່ວມມືຮອບດ້ານລະ ຫວ່າງສອງພັກ-ສອງລັດ; ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ອັນມີມູນເຊື້ອ ມາແຕ່ຍາວນານ,

ຈາກນັ້ນກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ພ້ອມທັງເປີດຜ້ານຳໃຊ້ໂຮງໝໍ ຫຼັງໃໝ່ຂອງທະຫານແຂວງອຸດົມ ໄຊ ຢ່າງເປັນທາງການ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ທະນູວັນ, Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.