Friday, April 18, 2025

ດີໃຈນຳ! ບ້ານແດນສະຫວັນ ​ເຊ​ໂປນ ເປີດການນຳໃຊ້ເສັ້ນທາງຢ່າງເປັນທາງການ

ພິທີ​ມອບ​-​ຮັບໂຄງການ​ກໍ່ສ້າງ​ເສັ້ນທາງ​ບ້ານ​ແດນ​ສະຫວັນ ເມືອງ​ເຊ​ໂປນ ຈັດ​ຂຶ້ນ​ທີ່​ເຂດ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ, ເຂົ້​າຮ່ວມ​ເປັນ​ປະທານ​ມີ​ທ່ານ ທ່ອນ​ແກ້ວ ພຸດ​ທະ​ໄກ​ຍະ​ລາດ ຮອງ​ເຈົ້າແຂວງ​ສະ​ຫວັ​ນນະ​ເຂດ ທັງ​ເປັນ​ປະທານ​ຊີ້​ນຳ​ໂຄງການ​ຂັ້ນ​ແຂວງ, ທ່ານ ນາງ ວິ​ໄລ​ຄໍາ ໂພ​ສາ​ລາດ ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິ​ການ ແລະ ຂົນ​ສົ່ງ.

ທ່ານ ພົມມາ ວົງ​ພະ​ຈິດ ຫົວໜ້າ​ໂຄງການ​ພັດທະນາຕົວ ​ເມືອງ​ຕາມ​ແລວ​ທາງເສດຖະ ກິດ​ຕາເວັນ​ອອກ​-​ຕາເວັນຕົກ ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ຫຼື ໂຄງການ GMS ລາຍ​ງານວ່າ:

ໂຄງການ​ດັ່ງກ່າວ ແມ່ນ​ເງິນ​ກູ້​ຢືມ ແລະ ຊ່ວຍເຫຼືອ​ຈາກທະນາ ຄານ​ພັດທະນາ​ອາຊີ (ADB) ພ້ອມ​ທັງ​ທຶນ​ສົມທົບ​ຂອງ​ລັດ ຖະບານ​ລາວ ລວມມູນ​ຄ່າ​ທັງ ​ໝົດ 47.740.000 ໂດລາ, ລວມ​ມີ 7 ໜ້າ​ວຽກໃນ 3 ເມືອງ ຂອງ​ແຂວງ​ສະ​ຫວັ​ນນະ​ເຂດ​ຄື: ນະຄອນ ​ໄກສອນ​ພົມ ວິຫານ​ມີ 5 ໂຄງການ​ຍ່ອຍ​ຄື:

ວຽກ​ກໍ່ສ້າງ​ຮ່ອງ​ລະບາຍ​ນ້ຳ​ເປື້ອນ ແລະ ຕິດ​ຕັ້ງ​ໂປ​ມ​ສູບ​ສົ່ງ​ນ້ຳຫ້ວຍ​ລົງ​ກົງ, ກໍ່ສ້າງ​ປັບປຸງ​ຍົກ​ລະດັບ​ຖະໜົນ​ໄກສອນ ພົມວິຫານ, ກໍ່ສ້າງ​ປັບປຸງ​ຍົກ​ລະດັບ​ຖະໜົນ​ຟ້າ​ງຸ່ມ, ປັບປຸງ​ສະໜາມ​ຂີ້​ເຫຍື້ອ​ທີ່​ຖືກ​ຫຼັກ​ສຸ​ຂະ​ອະນາໄມ, ກໍ່ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ສຳລັບ​ການ​ແຍກ​ຂີ້​ເຫຍື້ອ ແລະ ໂຮງງານ​ຝຸ່ນ​ບົ່ມ​-​ຈັດ​ຊື້​ອຸປະກອນ​ພາຫະນະ​ໃຫ້​ແກ່​ສະໜາມ​ຂີ້​ເຫຍື້ອ, ການ​ກໍ່ສ້າງ​ຄັນ​ຄູ​ກັນ​ເຈື່ອນ​ແມ່ນ້ຳ​ຂອງ​ຍາວ 980 ແມັດ, ກວ້າງ 40 ຫາ 50 ແມັດ.

ເມືອງ​ພີນ ມີ 1 ໂຄງການ​ຄື:

ກໍ່ສ້າງ​ຍົກ​ລະ ດັບ​ທາງ​ປູຢາງ 2 ຊັ້ນ, ໃນ​ເທດ ສະບານ ​ພ້ອມ​ກັບ​ຮ່ອງ​ລະບາຍ​ນ້ຳ, ທາງ​ຍ່າງ ແລະ ໄຟເຍືອງ​ທາງ, ຄວາມ​ຍາວ 9 ກິໂລແມັດ ແລະ ກໍ່ສ້າງ​ເສັ້ນທາງ​ປູຢາງ​ສອງ​ຊັ້ນ, ຮ່ອງ​ລະບາຍ​ນ້ຳ, ທາງ​ຍ່າງ ແລະ ໄຟ​ເຍືອງ​ທາງ ບ້ານ​ແດນ​ສະຫວັນ ເມືອງ​ເຊ​ໂປ​ນ.

ຄວາມ​ຄືບ​ໜ້າ​ທັງ 7 ໂຄງການ ໄດ້ 80%.

ສຳລັບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ບ້ານ​ແດນ​ສະຫວັນ ໄດ້​ເລີ່ມ​ຕົ້ນ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ແຕ່​ປີ 2012 ຈາກ​ນັ້ນ​ກໍ​ມີ​ການ​ອອກ​ແບບ​ຄິດໄລ່​ລະອຽດ ແລະ ມີ​ການ​ປະມູນ ໂດຍ​ແມ່ນ​ບໍລິສັດ ໜູ​ຄຳ ກໍ່ສ້າງ​ຂົວ​-​ທາງ​ຈຳກັດ ເປັນ​ຜູ້​ຮັບ​ເໝົາ ໃນ​ມູນ ຄ່າ 2.312.000 ກ່​ວາ​ໂດ​ລາ ແລະ ເລີ່ມ​ກໍ່ສ້າງ​ມາ​ແຕ່​ວັນ​ທີ 27 ພະຈິກ 2017 ຫາ​ວັນ​ທີ 27 ພະຈິກ 2019 ກໍ​ໄດ້​ສຳເລັດ​ການ​ກໍ່ສ້າງ ຊຶ່ງ​ໃຊ້​ເວລາ​ກໍ່ສ້າງ​ທັງ​ໝົດ 24 ເດືອນ.

ນອກ​ນີ້, ທາງ​ໂຄງການ​ຍັງ​ໄດ້​ກໍ່ສ້າງ​ເສັ້ນທາງ​ເຂົ້າ​ບ້ານ​ອາ​ໂລ​ນ​ຕື່ມ​ອີກ 1 ເສັ້ນ ຍາວ 637 ແມັດ, ມູນ​ຄ່າ 284 ພັນ​ກ່​ວາ​ໂດ​ລາ. ທ່ານ ໜູ​ຜາດ ທິ​ລາ​ວົງ ຜູ້ອຳນວຍການ ບໍລິສັດ​ໜູ​ຄຳ ກໍ່ສ້າງ​ຂົວ​ທາງ ຈຳກັດ ກໍໄດ້​ລາຍ​ງານ​ວ່າ:

ໂຄງການ​ກໍ່ສ້າງ​ເສັ້ນທາງ​ບ້ານ​ແດນ​ສະຫວັນ ລວມ​ມີ​ການ​ກໍ່ສ້າງ 14 ຕອນ​ທາງ ມີ​ລວງ​ຍາວ​ທັງ​ໝົດ 3.884 ແມັດ, ຄວາມ​ກວ້າງ​ໜ້າ​ທາງ 5-7 ແມັດ, ປູຢາງ 2 ຊັ້ນ ສາມາດ​ຮັບ​ນ້ຳໜັກ​ໄດ້ 9,1 ໂຕນ​ຕໍ່​ເພົາ ແລະ ຄວາມ​ໄວ​ອອກ​ແບບ 40 ກິໂລແມັດ​ຕໍ່​ຊົ່ວ​ໂມງ.

ສ້າງ​ຮ່ອງ​ລະບາຍ​ນ້ຳ 2 ຂ້າງ​ທາງ​ແບບ​ຮ່ອງ​ປິດ ແລະ ເປີດ, ເຮັດ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ, ຕິດ​ຕັ້ງ​ລະບົບ​ຄວາມ​ປອດ​ໄພ, ປ້າຍ​ຈະລາ​ຈອນ, ແຕ້ມ​ຂອບ​ທາງ, ແບ່ງ​ຊ່ອງ​ຈະລາ​ຈອນ​ຄົບ​ຊຸດ, ຕິດ​ຕັ້ງ​ໄຟ​ເຍືອງ​ທາງ​ລະບົບ​ແສງຕາ​ເວັນ 127 ຊຸດ ແລະ ປູກ​ຕົ້ນໄມ້​ປະດັບ​ສອງ​ຂ້າງ​ທາງ​ທັງ​ໝົດ 486 ຕົ້ນ.

ມາ​ຮອດ​ປັດຈຸ​ບັນ ການ​ກໍ່ສ້າງ​ຖື​ວ່າ​ສຳເລັດ​ຕາມ​ແຜນການ ແລະ ທາງ​ບໍລິສັດ ກໍ​ໄດ້​ມອບ​ໂຄງການ​ດັ່ງກ່າວ ໃຫ້​ແກ່​ພາກ​ລັດ ເພື່ອ​ປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ຕໍ່​ໄປ.

ແຫຼ່ງຂໍ້ມູນ: Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.