Friday, July 18, 2025
Kbank Laos โอน รับ จ่าย

ນັກສຶກສາ ຄວສ ລົງທັດສະນະຢູ່ໂຮງງານປະສານເຫຼົ່າຫຼວງພະບາງ

ຫວ່າງບໍ່ດົນມານີ້ ທ່ານ ອາຈານ ໄຊຍະລັດ, ຫົວໜ້າຄະນະ, ພ້ອມດ້ວຍອາຈານ ແລະ ນັກສຶກ ສາຂະແໜງກົນຈັກ ແລະ ຂະ ແໜງອຸດສາຫະກຳ ລວມທັງໝົດ 80 ຄົນ, ໄດ້ລົງເຄື່ອນໄຫວທັດ ສະນະສຶກສາຢູ່ໂຮງງານປະສານ ເຫຼົ່າຫຼວງພະບາງ.

ໃນໂອກາດດັ່ງກ່າວ ສະຫາຍ ພັນຕີ ພະນົມໄພ ວົງລັດສະໝີ, ຮອງຫົວໜ້າອຳນວຍການໂຮງ ງານປະສານເຫຼົ່າຫຼວງພະບາງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງໄດ້ນໍາພາອາຈານ ແລະ ນັກສຶກສາລົງທັດສະນະຢ້ຽມຢາມ, ທ່ຽວຊົມການປະຕິບັດໜ້າທີ່ວຽກງານຂອງພະນັກງານ- ນັກ ຮົບຢູ່ແຕ່ລະພະແນກ, ຂົງເຂດການຜະລິດ ແລະ ການສ້ອມແປງຂອງໂຮງງານ.

ເຊິ່ງທາງຄະນະຮັບຜິດຊອບພ້ອມດ້ວຍ ນັກສຶກສາຕ່າງກໍໄດ້ໃຫ້ຄວາມສົນໃຈ ແລະ ໄດ້ສອບຖາມຂໍ້ມູນຕ່າງໆ ຂັ້ນຕອນການເຮັດວຽກຂອງແຕ່ລະຈຸດ ແລະ ຂັ້ນຕອນການຜະລິດ, ຮັບໃຊ້ສັງຄົມ ໂດຍສະເພາະກໍແມ່ນການ ຜະລິດເຄື່ອງຮັບໃຊ້ໃຫ້ແກ່ກອງທັບປະຊາຊົນລາວ ເພື່ອເປັນຂໍ້ມູນ ແລະ ຄວາມຮູ້ເພີ່ມເຕີມໃຫ້ແກ່ນັກສຶກສານໍາໄປເປັນບົດຮຽນປະກອບເຂົ້າໃນການຄົ້ນຄວ້າ, ສຶກສາຮໍ່າຮຽນ ແລະ ພັດທະນາຕົນເອງໃນຕໍ່ໜ້າ.

ພາຍຫຼັງທີ່ໄດ້ທ່ຽວຊົມຂັ້ນຕອນການຜະລິດຂອງແຕ່ລະ ຂະແໜງການແລ້ວ ສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ຫົວໜ້າອຳນວຍການໂຮງງານ ກໍໄດ້ອະທິບາຍເຖິງປະຫວັດຄວາມເປັນມາຂອງໂຮງງານ ໂດຍຫຍໍ້ໃຫ້ແກ່ນັກສຶກສາດັ່ງກ່າວຕື່ມອີກ

ທັງນີ້ກໍເພື່ອປະກອບສ່ວນສ້າງບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ.

ທາງດ້ານວິຊາສະເພາະໃຫ້ແກ່ນັກສຶກສານຳເອົາຂໍ້ມູນຕ່າງໆ ຢູ່ທີ່ໂຮງງານເພື່ອໄປປະກອບເຂົ້າໃນການສຶກສາຮ່ຳຮຽນໃຫ້ດີຂຶ້ນ.

ສະຫາຍ ອາຈານ ໄຊຍະລັດ ຫົວໜ້າຄະນະກໍໄດ້ຕາງໜ້າໃຫ້ ບັນດາ ຄູ-ອາຈານ ແລະ ນັກສຶກສາ ຄວສ ກ່າວຄໍາຂອບໃຈມາຍັງຫົວໜ້າອໍານວຍການໂຮງງານປະສານເຫຼົ່າຫຼວງພະບາງ ພ້ອມດ້ວຍຄະນະທີ່ໄດ້ໃຫ້ການຕ້ອນຮັບ, ໃຫ້ຄວາມຮ່ວມມືເປັນຢ່າງດີ ແລະ ອວຍພອນມາຍັງຄະນະພັກ-ຄະນະບັນຊາ ໂຮງງານຕະຫຼອດຮອດນາຍ ແລະ ພົນທະຫານທຸກສະຫາຍ ທົ່ວໂຮງງານຈົ່ງມີສຸຂະພາບແຂງແຮງ ເຮັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.

ພ້ອມທັງກ່າວ ມອບຂອງຂວັນທີ່ລະນຶກໃຫ້ກັບກົມກອງ ແລະ ທາງກົມກອງກໍ ໄດ້ມອບຜະລິດຕະພັນທີ່ທາງ ໂຮງງານຜະລິດເອງເປັນກາທຸງຊາດ, ທຸງພັກຈຳນວນໜຶ່ງໃຫ້ກັບທາງຄະນະນັກສຶກສາເຊັ່ນດຽວກັນ.

ແຫຼ່ງຂໍ້ມູນ: ໂດຍ: ອຸ່ນຄໍາ ດວງປະເສີດ, Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.