Sunday, February 16, 2025

ຊົມເຊີຍ! ອົງການກອຍກາ ມີແຜນຊ່ວຍພັດທະນາດ້ານກະສິກຳ ຢູ່ແຂວງຊຽງຂວາງ

ຂປລ.ທ່ານ ນາງ ມຽນ ຮຽນຈອນ ຮອງປະທານອົງການກອຍກາ (KOICA) ປະຈຳລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ທີ່ຫ້ອງວ່າການແຂວງ ເຊິ່ງທ່ານ ນາງ ມຽນ ຮຽນຈອນ ໄດ້ລາຍງານຈຸດປະສົງຂອງການມາເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້ ເພື່ອສຳຫລວດ ແລະ ເກັບກຳຂໍ້ມູນ ປະກອບເຂົ້າໃນການກະກຽມໂຄງການ ເພື່ອຊ່ວຍເຫລືອດ້ານກະສິກຳ ເປັນຕົ້ນແມ່ນ:

ການປູກຝັງ ແລະ ລ້ຽງສັດ ໂດຍສະເພາະຢູ່ເມືອງແປກ ແລະ ເມືອງຄຳ.

ໂອກາດນີ້, ທ່ານ ຮອງເຈົ້າແຂວງໆຊຽງຂວາງ ໄດ້ກ່າວສະແດງຄວາມດີໃຈ ແລະ ເຫັນດີເປັນຢ່າງຍິ່ງ ທີ່ອົງການກອຍກາມີແຜນເຂົ້າມາຊ່ວຍພັດທະນາ ໃນຂົງເຂດກະສິກຳ ຢູ່ແຂວງຊຽງຂວາງ ເຊິ່ງຖືກຕ້ອງຕາມບູລິມະສິດຂອງແຂວງ ທາງດ້ານການພັດທະນາ ຊຶ່ງແຂວງຖືເອົາວຽກງານປູກຝັງ, ລ້ຽງສັດໃຫຍ່ ແລະ ການທ່ອງທ່ຽວ ເປັນຕົວສຳຄັນໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກ.

ຂະນະດຽວກັນ, ທ່ານ ຮອງເຈົ້າແຂວງຍັງໄດ້ຕາງໜ້າໃຫ້ປະຊາຊົນ ຊາວຊຽງຂວາງຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ອົງການກອຍກາ ທີ່ໄດ້ໃຫ້ການຊ່ວຍເຫລືອໃນໄລຍະຜ່ານມາ ເປັນຕົ້ນ ແມ່ນການເກັບກູ້ ແລະ ທຳ ລາຍລະເບີດບໍ່ທັນແຕກ ອອກຈາກພື້ນທີ່ການຜະລິດ ແລະ ພື້ນທີ່ການພັດທະນາ, ຂົງ ເຂດວຽກງານກະສິກຳ, ການສຶກສາ ແລະ ສາທາລະນະສຸກ.

ແຫຼ່ງຂໍ້ມູນ: ຂ່າວ: ບຸນມີ ແສງທຸມມີ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.