Friday, April 18, 2025

ອຸດົມໄຊ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ຄະນະປະຕິບັດງານພິເສດລັດຖະບານລາວ ພ້ອມດ້ວຍ ຄະນະປະຕິບັດງານພິເສດແຂວງ ອຸດົມໄຊ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ແຂວງດຽນບຽນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຮ່ວມກັນຈັດພິທີ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ເພື່ອປະຕິບັດໜ້າທີ່ສາກົນຢູ່ລາວກັບຄືນປະເທດ.

ຕາງໜ້າຝ່າຍລາວນຳ ໂດຍ ສະຫາຍ ພົນຈັດຕະວາ ສີທາດວງມາລາ ຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບ , ຮອງປະທານຄະນະປະຕິບັດງານພິເສດລັດຖະບານລາວ, ພ້ອມດ້ວຍການນຳ 6 ແຂວງພາກເໜືອ, ຝ່າຍ ສສ ຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ເຈິນງ໋ອກຕັວນ ຮອງຫົວໜ້າການເມືອງທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ.

ເພື່ອປະຕິບັດຕາມຈຸດປະສົງຂອງສອງພັກ-ສອງລັດຖະບານ ກ່ຽວກັບການຊອກຫາ, ຂຸດຄົ້ນ ແລະ ນຳສົ່ງອັດຖິນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນສູ່ພູມລຳເນົາຂອງຕົນ,

ນັບແຕ່ປີ 1994 ມາຮອດປັດຈຸບັນ, ຄະນະປະຕິບັດງານພິເສດທະຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານພິເສດລັດຖະບານລາວ ແລະ 6 ແຂວງພາກເໜືອ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວໄດ້ທັງໝົດ 1.733 ອັດຖິ ໃນ 3.834 ຂ່າວສານ.

ໃນໄລຍະທີ 1 ສົກ 2019-2020 ອັດຖິທີ່ຂຸດຄົ້ນໄດ້ມີ 15 ອັດຖິ ແລະ ໄດ້ຈັດພິທີນຳສົ່ງອັດຖິຈຳນວນດັ່ງກ່າວຢູ່ເຂດສຸສານທະຫານເສຍສະຫຼະຊີວິດເພື່ອຊາດ ແຂວງດຽນບຽນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໄປຍັງອົງການຈັດຕັ້ງກ່ຽວຂ້ອງ, ໃຫ້ເມືອຮອດບ້ານເກີດເມືອງນອນທີ່ແສນເຄົາລົບຮັກຂອງຕົນ, ເພື່ອໃຫ້ຄອບຄົວ ຍາດພີ່ນ້ອງໄດ້ຈັດພິທີຊາປະນະກິດສົບຕາມຮີດຄອງປະເພນີ.

ແຫຼ່ງຂໍ້ມູນ: ໂດຍ: ທະນູວັນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.