ກອງບັນຊາການທະຫານ ແຂວງຊຽງຂວາງ ແຮກສ່ຽວທະຫານ ແຂວງເຊິນລາ ສສ ຫວຽດນາມ

ເພື່ອເປັນການຮັດແໜ້ນຄວາມ ສາມັກຄີການພົວພັນຮ່ວມມືຮອບ ດ້ານລະຫວ່າງກອງບັນຊາການ ທະຫານແຂວງຊຽງຂວາງ ແລະ ກອງບັນຊາການທະຫານ ແຂວງ ເຊີນລາ ສສ ຫວຽດນາມໄດ້ຈັດ ພິທີແຮກສ່ຽວໃນຢູ່ທີ່ກອງ ບັນຊາການທະຫານແຂວງເຊິນລາ ສສ ຫວຽດນາມ, ຝ່າຍກອງບັນຊາການທະຫານແຂວງຊຽງຂວາງ ນຳໂດຍສະຫາຍ ພັນເອກ ບຸນຊູ ໄຊລາສີ ກຳມະການຄະ ນະປະຈຳພັກແຂວງ, ຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ

ຝ່າຍກອງບັນຊາການທະຫານແຂວງເຊິນລາ ສສ ຫວຽດນາມ ນຳໂດຍສະຫາຍ ພັນເອກ ຮວ່າງດີງເຕືອງ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງເຊິນລາ ພ້ອມຄະນະ.

ໃນພິທີ ສະຫາຍ ພັນໂທ ເລຮົ່ງ ເຊິນ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງເຊິນລາ ແລະ ສະຫາຍ ພັນໂທ ທອງສີ ໄຊຍະລາດ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຂຶ້ນຜ່ານກົດລະ ບຽບແຮກສ່ຽວລະຫວ່າງກອງບັນຊາການທະຫານແຂວງເຊິນລາ ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມກັບກອງບັນຊາການທະຫານແຂວງຊຽງຂວາງກອງທັບປະຊາຊົນລາວ

ປະກອບມີ 4 ພາກ 13 ມາດຕາ ເຊິ່ງຈະເພີ່ມທະວີສາຍພົວພັນ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ວຽກງານປະສານສົມທົບໂຄສະນາສຶກສາອົບຮົມຕໍ່ກຳລັງປະກອບອາວຸດ ແລະ ປະຊາຊົນສອງແຂວງ, ເພີ່ມທະວີແລກປ່ຽນຂໍ້ມູນກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະສານສົມທົບໃນວຽກ ງານກໍ່ສ້າງກຳລັງປະກອບອາວຸດ, ວຽກງານຮ່ວມມື, ຊ່ວຍເຫຼືອໃນວຽກງານພະລາທິການ-ເຕັກນິກ.

ຈາກນັ້ນຜູ້ແທນທັງສອງຝ່າຍກໍໄດ້ແລກປ່ຽນ ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອຄວາມເປັນເອກະພາບກັນ.

ໃນພິທີດັ່ງກ່າວຄະນະຜູ້ແທນທັງສອງຝ່າຍກໍໄດ້ເຊັນສັນຍາກົດລະບຽບການເຄື່ອນໄຫວແຮກສ່ຽວ ຝ່າຍລາວເຊັນ ໂດຍ ສະຫາຍ ພັນເອກ ບຸນຊູ ໄຊລາສີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຊຽງຂວາງ ແລະ ສະຫາຍ ພັນເອກ ຮວ່າງດີງເຕືອງ ຫົວໜ້າການເມືອງກອງບັນຊາການທະຫານແຂວງເຊິນລາ ໂດຍການ ເຂົ້າ ຮ່ວມເປັນສັກຂີພະຍານຂອງ ຄະນະທັງສອງຝ່າຍ.

ແຫຼ່ງຂໍ້ມູນ: ໂດຍ: ສົມຮັກ ຈັນທະວົງສາ Laos Army

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...