Monday, November 10, 2025
Kbank Laos โอน รับ จ่าย

1 ປີຜ່ານມາ ນະຄອນຫຼວງ ມີອັກຄີໄພເກີດຂຶ້ນເກືອບ 100 ຄັ້ງ

ນັບ​ແຕ່​ເດືອນ​ມັງ­ກອນ​ຫາ​ເດືອນ​ມີ­ນາ​ຂອງ​ທຸກ​ປີ ຢູ່​ປະ­ເທດ​ເຮົາ ເວົ້າ​ລວມ ເວົ້າ​ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ມັກ​ຈະ​ເກີດ​ອັກ­ຄີ​ໄພ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ​ເຊັ່ນ:

ທີ່​ພັກ​ອາ­ໄສ ຫົວ­ໜ່ວຍ​ທຸ­ລະ​ກິດ ການ​ຜະ­ລິດ ຕະ­ຫຼາດ ປ່າ​ຫຍ້າ ປ່າ­ໄມ້ ແລະ ເຂດ​ຊຸມ​ຊົນ ເຊິ່ງ​ມັນ​ໄດ້​ສ້າງ​ຜົນ​ເສຍ​ຫາຍ​ເຖິງ​ແກ່​ຊີ­ວິດ ຊັບ​ສິນ​ຂອງ​ລັດ-ລວມ​ໝູ່ ເອ­ກະ​ຊົນ ແລະ ຂອງ​ບຸກ­ຄົນ​ເປັນ​ຈຳ­ນວນ​ຫຼາຍ ສາ­ເຫດ​ໄຟ​ໄໝ້​ສ່ວນ​ໃຫຍ່​ແມ່ນ​ຍ້ອນ​ການ​ເລີນ​ເລີ້ ຂາດ​ສະ­ຕິ ຂາດ​ຄວາມ​ຮັບ­ຜິດ­ຊອບ ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ ແລະ ການ​ກວດ­ກາ​ບໍ່​ຮອບ​ຄອບ ເປັນ­ຕົ້ນ ການ​ໃຊ້​ໄຟ​ເຂົ້າ​ໃນ​ການ​ຜະ­ລິດ ການ​ດຳ­ເນີນ​ທຸ­ລະ​ກິດ ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ ການ​ຈູດ​ຂີ້​ເຫຍື້ອ ຈູດ​ປ່າ ຈູດ​ໄຮ່ ໄຕ້​ທູບ​ທຽນ​ບູ­ຊາ ແລະ ອື່ນໆ.

ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ ນວ ໃຫ້​ຮູ້​ວ່າ:

ປີ 2019 ທົ່ວ ນວ ມີ​ອັກ­ຄີ​ໄພ​ເກີດ​ຂຶ້ນ​ທັງ​ໝົດ 80 ຄັ້ງ ທຽບ­ໃສ່​ປີ 2018 ເພີ່ມ​ຂຶ້ນ 40 ຄັ້ງ ໃນ​ນີ້ ໄຟ​ໄໝ້​ໃຫຍ່ 2 ຄັ້ງ ໄໝ້​ນ້ອຍ 78 ຄັ້ງ ຜົນ​ເສຍ​ເຫຍ​ໄໝ້​ເປັນ​ຫ້ອງ 25 ຫ້ອງ ເປັນ​ສາງ​ເຄື່ອງ 1 ສາງ ເປັນ​ຫຼັງ 36 ຫຼັງ ປ່າ​ຫຍ້າ 12 ໄລ່ ຫ້ອງ​ແຖວ 3 ຫ້ອງ ລົດ­ຈັກ 6 ຄັນ ຮ້ານ​ຂາຍ­ເຄື່ອງ 26 ຮ້ານ ໄໝ້​ເຄື່ອງ​ຢາງ​ທີ່​ເປັນ​ປຣາ​ສະ​ຕິກ 10 ໂຕນ ແລະ ອື່ນໆ ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ເປັນ​ເງິນ​ກີບ 12,8 ຕື້​ກີບ ເງິນ​ບາດ 3 ແສນ​ບາດ ແລະ ເງິນ​ໂດ​ລາ​ສະ­ຫະ­ລັດ 50 ພັນ​ໂດ​ລາ.

ສາ­ເຫດ​ທີ່​ພາ­ໃຫ້​ເກີດ​ອັກ­ຄີ​ໄຟ​ໃນ​ແຕ່​ລະ​ຄັ້ງ ແມ່ນ​ເກີດ​ຈາກ​ການ​ອົບ​ໄມ້ 1 ຄັ້ງ ໄຕ້​ທູບ​ທຽນ​ບູ­ຊາ 7 ຄັ້ງ ຈູດ​ຂີ້​ເຫຍື້ອ ແລະ ປ່າ 8 ຄັ້ງ ຄົນ​ຈູດ 8 ຄັ້ງ ຍ້ອນ​ການ​ສູບ­ຢາ 3 ຄັ້ງ ໄຟ​ໄໝ້​ແລ້ວ​ລາມ​ໄປ​ໃສ່ ໂຮງ­ງານ 1 ຄັ້ງ ຍ້ອນ​ມົ້ວ​ສຸມ​ຢາ​ເສບ​ຕິດ 2 ຄັ້ງ ຈອດ​ເຫຼັກ 2 ຄັ້ງ ແລະ ແຕ່ງ­ກິນ 2 ຄັ້ງ ຕໍ່​ກັບ​ເຫດ­ການ​ທີ່​ເກີດ​ຂຶ້ນ​ທັງ​ໝົດ​ນັ້ນ

ເຈົ້າ​ໜ້າ­ທີ່​ໄດ້​ສຶກ​ສາ​ອົບ­ຮົມ​ຊັດ​ມ້ຽນ 79 ລາຍ ແລະ ຍັງ​ດຳ­ເນີນ​ຄະ­ດີ​ຢູ່ 1 ລາຍ ການ​ເກີດ​ອັກ­ຄີ​ໄພ​ປີ 2019 ເມືອງ​ທີ່​ເກີດ​ອັກ­ຄີ​ໄຟ​ຫຼາຍ​ກວ່າ​ໝູ່​ແມ່ນ​ເມືອງ​ໄຊ​ເສດ​ຖາ 16 ຄັ້ງ ຫາດ​ຊາຍ​ຟອງ 15 ຄັ້ງ ສີ​ໂຄດ​ຕະ­ບອງ 13 ຄັ້ງ ສີ​ສັດ­ຕະ​ນາກ ຈັນ­ທະ​ບູ​ລີ ເມືອງ​ລະ 12 ຄັ້ງ ແລະ ເມືອງ​ປາກ​ງື່ມ 2 ຄັ້ງ.

ແຫຼ່ງຂໍ້ມູນ: ໜສພ ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.