ຊົມເຊີຍ! ແຂວງບໍ່​ແກ້ວ ເອົາ ຊະ​ນະ ດຽນບຽນ ສສ ຫວຽດນາມ 3-0

ງານການແຂ່ງຂັນກິລາ ມິດຕະພາບ ແລກປ່ຽນສິລະປະວັນນະຄະດີ ນັກຮຽນຊັ້ນມັດທະຍົມສຶກສາ 5 ແຂວງພາກເໜືອ ແລະ ແຂວງດຽນບຽນ ສສ ຫວຽດພາບ ຄັ້ງທີ 12 ແຂວງບໍ່ແກ້ວ ເປັນເຈົ້າພາບ​ໃນ​ລະ​ຫວ່າງວັນ​ທີ 06-10 ມັງ​ກອນ 2020.

ການ​ແຂ່ງ​ຂັນກິ​ລາ​ເຕະ​ບານ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 06 ມັງ​ກອນ 2020 ຢູ່​ທີ່​​ສະ​ຫນາມ​ກິ​ລາ​ແຂວງ​ບໍ່​ແກ້ວ ນັດ​ເປີດ​ສະ​ຫນາມ​ເຈົ້າ​ພາບ ບໍ່​ແກ້ວ ໂຊ​ຜົນ​ງານ​ໄດ້​ໂດ​ດ​ເດັ່ນ​ ເອົາ​ຊະ​ນະ ແຂວງດຽນບຽນ ສສ ຫວຽດນາມ 3-0.

ສຳ​ລັບ​ການ​ແຂ່ງ​ຂັນ​ເຕະ​ບານໃນ​ລາຍ​ການ​ດັ່ງ​ກ່າວ​ນີ້ ແມ່ນ​ມີທີມ​ເຂົ້າ​ຮ່ວມ​ທັງ​ຫມົດ 6 ທີມ ແບ່ງ​ອອກ​ເປັນ 2 ​ກຸ່ມ​ລະ 3 ທີມ ຄື:

ກຸ່ມ​ເອ: ແຂວງ​ບໍ່​ແກ້ວ, ແຂວງດຽນບຽນ ສ​ສ ຫວຽດ​ນາມ ແລະ ແຂວງ​ຫລວງ​ພະ​ບາງ.

ກຸ່ມ​ບີ: ແຂວງ​ຜົ້ງ​ສາ​ລີ, ແຂວງ​ອຸ​ດົມ​ໄຊ ແລະ ແຂວງ​ຫລວງ​ນ້ຳ​ທາ.

ການແຂ່ງຂັນລາຍການນີ້ແມ່ນຈະເອົາອັນອັບ 1 ຂອງກຸ່ມ​ ເອ​ ຜ່ານເຂົ້າຊີງຊະນະເລີດກັບ​ ອັນດັບ​ 1 ກຸ່ມ​ບີ​ ສ່ວນນັດຊີງອັນດັບ 3 ແມ່ນອັນດັບ 2 ກຸ່ມ​ ເອ​ ພົບ​ກັບ​ ອັນດັບ​ 2 ກຸ່ມບີ.​

ສຳ​ລັບ​ຕາ​ຕະ​ລາງ​ການ​ແຂ່ງ​ຂັນ​ໃນ​ວັນ​ທີ 07 ມັງ​ກອນ 2020 ແມ່ນ​ມີ​ການ​ແຂ່ງ​ຂັນ 2 ຄູ່: ເວ​ລາ: 08:30 ແຂວງ​ຜົ້ງ​ສາ​ລີ ພົບ ແຂວງ​ອຸ​ດົມ​ໄຊ, ເວ​ລາ 14:00 ແຂວງ​ບໍ່​ແກ້ວ ພົບ ແຂວງ​ຫລວງ​ພະ​ບາງ ແຂ່ງ​ຂັນ​ຢູ່​ທີ່​​ສະ​ຫນາມ​ກິ​ລາ​ແຂວງ​ບໍ່​ແກ້ວ.

ແຫຼ່ງຂໍ້ມູນ: Lao su su ລາວ ສູ້ ສູ້

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...