Friday, November 14, 2025
Kbank Laos โอน รับ จ่าย

ຜ່ານຮ່າງເນື້ອໃນກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເພື່ອພັດທະນາຊັບພະຍາກອນມະນຸດລາວ

ກອງປະຊຸມຜ່ານຮ່າງເນື້ອໃນ (ຮ່າງ) ກົດໝາຍວ່າດ້ວຍການສຶກສາຊັ້ນສູງ ໄດ້ຈັດຂື້ນໃນລະຫວ່າງວັນທີ 08-10 ມັງກອນ 2020 ທີ່ ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ໂດຍການເປັນປະທານຂອງທ່ານ ຮສ. ປອ. ຫຼ້າວັນ ວົງຄຳສານ ຮອງຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ຕາງຫນ້າຈາກ ມະຫາວິທະຍາໄລ, ສະຖາບັນການສຶກສາຊັ້ນສູງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມ ຊຶ່ງຈຸດປະສົງໃນການສ້າງກົດໝາຍວ່າດ້ວຍການສຶກສາຊັ້ນສູງແມ່ນ:

– ເພື່ອສ້າງນິຕິກຳຄຸ້ມຄອງວຽກງານການສຶກສາຊັ້ນສູງ ຢ່າງເປັນລະບົບຄົບຊຸດ ແລະ ຖືກນຳໃຊ້ຢ່າງເປັນເອກະພາບໃນທົ່ວປະເທດ.
– ເພື່ອຍົກສູງບົດບາດຄວາມສຳຄັນ ຂອງວຽກງານການສຶກສາຊັ້ນສູງ ໃນການສົ່ງເສີມການພັດທະນາຊັບພະຍາ ກອນມະນຸດຂອງ ສປປ ລາວ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
– ເພື່ອປັບປຸງບັນດາມາດຕາໃນດຳລັດວ່າດ້ວຍການສຶກສາຊັ້ນສູງ ໃຫ້ສອດຄ່ອງກັບບັນດານິຕິກຳອື່ນໆ ທີ່ກ່ຽວ ຂ້ອງ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການສຶກສາຊັ້ນສູງ ແລະ ການຄຸ້ມຄອງການສຶກສາຊັ້ນສູງ ມີຄວາມຮັດກຸມຂຶ້ນກວ່າເກົ່າ.

ແຫຼ່ງຂໍ້ມູນ: Department of higher education Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.