ລັດທຸ່ມງົບ 47 ຕື້ກີບ! ຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ

ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ກຳລັງຈະຈັດຂຶ້ນໃນອີກສອງເດືອນຂ້າງໜ້ານີ້ ຢູ່ແຂວງຊຽງຂວາງ ນອກຈາກທາງແຂວງຈະກະກຽມເຄຍພື້ນທີ່ບ່ອນຢູ່ບ່ອນພັກໃຫ້ເຫຼົ່ານັກກິລາ ແລະແຂກພ້ອມກອງເຊຍທີ່ຈະເຂົ້າມາຮ່ວມງານແລ້ວ ທາງລັດຖະບານກໍ່ໄດ້ໃຫ້ງົບເຖິງ 47 ຕື້ກີບ ເພື່ອງານດັ່ງກ່າວໂດບສະເພາະ.

ລັດຖະບານໄດ້ອະນຸມັດງົບປະມານໃຫ້ແຂວງຊຽງຂວາງ ຈຳນວນ 47 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ – 1 ເມສາ 2020, ຄ່ຽງຄູ່ກັບການສະເຫລີມສະຫລອງອິີກສອງງານໃຫຍ່ສຳຄັນຄື:

ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ການສະເຫລີມສະຫລອງທົ່ງໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກ.

ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆຊຽງຂວາງ, ປະທານຄະນະກຳມະການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ສໍາພາດວ່າ: ສຳລັບງົບປະມານຈໍານວນ 47 ຕື້ກີບນີ້, ລັດຖະບານໄດ້ໂອນໃຫ້ແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນການກະກຽມວຽກງານຕ່າງໆແລ້ວ19 ຕື້ກີບ, ໂດຍແຕ່ລະຄະນະອະນຸກໍາມະການແມ່ນໄດ້ເບີກຈ່າຍງົບປະມານຈຳນວນດັ່ງກ່າວ ເຂົ້າໃນການກະກຽມບັນດາໜ້າວຽກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງຕາມລະບຽບການທີ່ກະຊວງການເງິນ ວາງອອກທຸກຢ່າງ,

ທັງນີ້ກໍ່ແນ່ໃສ່ເພື່ອເຮັດໃຫ້ການກະກຽມທຸກວຽກງານຂອງແຕ່ລະຄະນະກໍາມະການດໍາເນີນໄປດ້ວຍດີ, ເຊິ່ງມາຮອດປະຈຸບັນນີ້ ແມ່ນສາມາດຕີລາຄາໄດ້ວ່າ ການກະກຽມໃຫ້ແກ່ ທັງ 3 ງານໃຫຍ່ສໍາຄັນລະດັບຊາດທີ່ກ່າວມານັ້ນ, ແຂວງຊຽງຂວາງແມ່ນມີຄວາມພ້ອມແລ້ວຫລາຍ ກ່ວາ 90% ຂອງບັນດາໜ້າວຽກທັງໝົດ.

ອີງຕາມຂໍ້ມູນຈາກຄະນະອະນຸກໍາມະການເສດຖະກິດ ແລະ ລະດົມທຶນໄດ້ລາຍງານຕໍ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ໄດ້ຖືກຈັດຂຶ້ນຢູ່ແຂວງຊຽງຂວາງໃນລະຫວ່າງວັນທີ 7-8 ມັງກອນຜ່ານມາ ໃຫ້ຮູ້ວ່າ: ການນໍາໃຊ້ຮ່ວງເງິນຈຳນວນ 19 ຕື້ກີບນີ້ ແມ່ນໄດ້ຈັດຕັ້ງປະຕິບັດໄປແລ້ວ 8.095.357.400 ກີບ, ແລະ ຍັງຄ້າງປະຕິບັດອີກຈໍານວນ 10.964.812.600 ກີບ.

ແຫຼ່ງຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,