
ຂຸນເຫຼັກ ຟັນສອກໃສ່ນັກມວຍໄທ ຖືກນັບ 8 ເຖິງ 2 ຄັ້ງ ກ່ອນຈະນ໋ອກຍົກ 3 ລາຍການເສິກນະຄອນຫຼວງ-ກໍກຽດແດນຈຳປາ.
ໂຊຟອມສົມລາຄາ ເຈົ້າຂອງແຊ໋ມສາຍແອວຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮຸ່ນນໍ້າໜັກ 55 ກິໂລກຣາມ, ຂຸນເຫຼັກ ຂວັນໃຈຄ້າຍມວຍເຈົ້າຖິ່ນ ສະໂມສອນ ຄໍາເສັງ (ມຸມສີແດງ) ໄລ່ຟັນສອກໃສ່ ເພັດໂພໄຊ ສໍສີຣີນທາ ນັກຊົກຈາກຄ້າຍມວຍດັງແຂວງໜອງຄາຍ ຣາຊະອານາຈັກໄທ ຫຼົ້ມລຸກຂຸຄາມ ຖືກກຳມະການກາງເວທີນັບເຖິງ 2 ຄັ້ງ ໃນຍົກ 2 ແລະ ຍົກ 3 ກ່ອນ

ຂຸນເຫຼັກ ຈະໃຊ້ມັດຍິງເຂົ້າເຕັມໆໜ້າ ເພັດໂພໄຊ ງາຍຄາງກິນນໍ້າໝອກ ລັບກາງອາກາດ ໃຫ້ກຳມະການນັບ 10 ບໍ່ລຸກ ໃນການແຂ່ງຂັນມວຍຄູ່ເອກ ຮຸ່ນນໍ້າໜັກ 59 ກິໂລກຣາມ ລາຍການເສີກນະຄອນຫຼວງ-ກໍກຽດແດນຈຳປາ ປະຈຳປີ 2020.
ສ່ວນຜົນການແຂ່ງຂັນມວຍອີກ 5 ຄູ່ ໃນລາຍການ ປະກອບມີ ຄູ່ທີ 1 ຮຸ່ນນໍ້າໜັກ 55 ກິໂລກຣາມ ໄຊມ້ອນ ປກສ ຖືກ ມຸງຄຸນເຫູັກ ສໍສີຣິນທາ ນ໋ອກໃນຍົກທີ 3, ຄູ່ທີ 2 ຮຸ່ນນໍ້າໜັກ 54 ກິໂລກຣາມ ຊົນຊາດ ສິດໂຕ້ ພາລຸ້ງ ຊະນະນ໋ອກ ເພັດໜອງຄາຍ ສໍສີຣິນທາ ໃນຍົກທີ 2, ຄູ່ທີ 3 ຮຸ່ນນໍ້າໜັກ 57 ກິໂລກຣາມ ເກົ້າແສນ ຂວັນໃຈສີໂຄດ ຖືກ ເພັດຈະເລີນ ສໍສີຣິນທາ ນ໋ອກໃນຍົກທີ 2, ຄູ່ທີ 5 ຮຸ່ນນໍ້າໜັກ 62 ກິໂລກຣາມ ເຜົາຂະມຸ ສິດໂຕ້ພາລຸ້ງ ຊະນະນ໋ອກ ໂລ້ເງິນ ສິດຈານເພັງ ໃນຍົກທີ 2 ແລະ ຄູ່ທີ 6 ຮຸ່ນນໍ້າໜັກ 51 ກິໂລກຣາມ ກະລຽງ ສິດຂຸນພົນ ເສຍຄະແນນ ເພັດມະນຸດ.
ແຫຼ່ງຂໍ້ມູນ: Lao su su ລາວ ສູ້ ສູ້