Friday, April 18, 2025

ຄືບໜ້າໄປຫຼາຍ! ໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ

ເສັ້ນທາງດ່ວນ ເຟສທໍາອິດຂອງປະເທດ (ວຽງຈັນ-ວັງວຽງ)

ທາງດ່ວນດັ່ງກ່າວມີຄວາມຍາວ 109,12 ກິໂລແມັດ, ມູນຄ່າລົງທຶນ 1,3 ຕື້ໂດລາ, ການອອກແບບແມ່ນອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປຈີນ, ມີ 04 ຄອງລົດແລ່ນ, ອຸໂມງ 01 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງຄວາມຍາວ 2.408 ແມັດ, ຄວາມໄວອອກແບບເບື້ອງຕົ້ນ 100 ກິໂລແມັດຕໍ່ຊົ່ວໂມງ (ໄຊ້ເວລາເດີນທາງພຽງແຕ່ໜື່ງຊົ່ວໂມງເທົ່ານັ້ນ ເພາະວ່າໄລຍະເສັ້ນທາງມີພຽງ 109 km);

ກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະຖືຮຸ້ນຈຳກັດ ແຂວງຢູນນານ ສປຈີນ ໄດ້ວ່າຈ້າງບໍລິສັດທີ່ປຶກສາສິ່ງແວດລ້ອມລາວຈຳກັດດຳເນີນການຈັດຕັ້ງປະຕິບັດວຽກງານຊົດເຊີຍສິ່ງກີດຂວາງໃຫ້ຜູ້ທີ່ຖືກຜົນກະທົບຕາມແລວກໍ່ສ້າງທາງດ່ວນຮ່ວມກັບອົງ ການປົກຄອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ;

ມີຄວາມຄືບໜ້າຫຼາຍຢ່າງ, ເປັນຕົ້ນໄດ້ລົງທາບທາມເອົາຫົວ ໜ່ວຍລາຄາຊົດເຊີຍສິ່ງກີດຂວາງຕາມແລວກໍ່ສ້າງທາງດ່ວນທີ່ຜ່ານແຕ່ລະບ້ານລວມທັງໝົດ 65 ບ້ານ, ມີ 04 ເມືອງ ໃນນັ້ນ ແຂວງວຽງຈັນ ກວມເອົາ 03 ເມືອງ 40 ບ້ານ ແລະ ນະຄອນຫຼວງວຽງຈັນ 01 ເມືອງ 25 ບ້ານ;

ໄດ້ຄົ້ນຄວ້າກ່ຽວກັບລາຄາຫົວໜ່ວຍຕາມການທາບທາມ ຈາກປະຊາຊົນຜູ້ທີ່ຖືກຜົນກະທົບຮ່ວມ ກັບຄະນະກຳມະການໄກ່ເກ່ຍຂອງແຂວງ ແລະນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຂັ້ນບ້ານກ່ຽວກັບການເຜີຍແຜ່ລາຄາຕາມການທາບທາມໃນປະເພດສິ່ງກີດຂວາງຕ່າງໆເປັນຕົ້ນທີ່ດິນ, ຜົນລະປູກ, ສິ່ງປຸກສ້າງ ແລະ ອື່ນໆ;

ປະກອບມີຄະນະກຳມະການໄກ່ເກ່ຍຂັ້ນນະຄອນຫຼວງວຽງຈັນ, ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ, ປະຊາຊົນຜູ້ທີ່ຖືກຜົນກະທົບຕົວຈິງ ໂດຍແມ່ນບໍລິສັດທີ່ປຶກສາສິ່ງແວດລ້ອມລາວຈຳກັດເປັນຜູ້ຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັບອົງການປົກຄອງທ້ອງຖິ່ນແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ;

ປະຈຸບັນ, ການເກັບກຳຂໍ້ມູນສິ່ງກີດຂວາງຕາມແລວກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄດ້ແບ່ງເປັນສອງເຂດຄືນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຊຶ່ງນະຄອນຫຼວງວຽງຈັນກຳລັງດຳເນີນການປັກຫຼັກໝາຍ ຂອບເຂດແລວທາງ ແລະ ກະກຽມລົງວັດແທກຕົວຈິງ, ສຳລັບຢູ່ຊ່ວງບ້ານນາຊອນ, ໜອງຄັນຄູ ແລະ ບ້ານອີ່ໄລໃຕ້ ແມ່ນປະຕິບັດການຊົດເຊີຍແລ້ວ ເນື່ອງຈາກເປັນ ເຂດທີ່ຕ້ອງດຳເນີນການກໍ່ສ້າງກ່ອນ;

ສ່ວນແຂວງວຽງຈັນ ໄດ້ລົງເກັບກຳຂໍ້ມູນສິ່ງກີດຂວາງເລີ່ມແຕ່ວັນທີ 5 ມີນາ 2018 ຮອດປະຈຸບັນ ໃນນັ້ນ ສາມາດເກັບກຳສິ່ງກີດຂວາງຕາມແລວທາງໄດ້ສຳເລັດແລ້ວ 2 ເມືອງຄື: ເມືອງວັງວຽງ ແລະໂພນໂຮງ, ສ່ວນເມືອງຫີນເຫີບແມ່ນສຳເລັດໄປແລ້ວສ່ວນໜຶ່ງ, ສະເພາະຢູ່ໃນເຂດຂົວຂ້າມນໍ້າລີກໄດ້ປະຕິບັດການຊົດເຊີຍແລ້ວ ເນື່ອງຈາກຕ້ອງການກໍ່ສ້າງ ຂົວຂ້າມນໍ້າລີກໃຫ້ສຳເລັດກ່ອນໂຄງການກໍ່ສ້າງເຂື່ອນໄຟຟ້າຈະອັດຕັນນໍ້າສູງຂຶ້ນ ຈະເຮັດໃຫ້ການກໍ່ສ້າງຂົວມີຄວາມຫຍຸ້ງຍາກ ແລະ ສິ້ນເປືອງຄ່າໃຊ້ຈ່າຍສູງຂຶ້ນຕື່ມ.

ໄລຍະທາງຄວາມຍາວທັງໝົດແມ່ນ109.1km ມີຄວາມກ້ວາງ 23m,ເຊິ່ງໂຄງການກໍານົດຄວາມໄວບໍ່ເກີນ 160 ກິໂລແມັດ/ຊົ່ວໂມງ ,ແລະ ມີອຸໂມງຄວາມຍາວ 874m .

ແຫຼ່ງຂໍ້ມູນ :AeroLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.