Monday, November 10, 2025
Kbank Laos โอน รับ จ่าย

ຊົມເຊີຍ! ອັດຕະປື ພັດທະນາສີມືແຮງງານໃຫ້ປະຊາຊົນ ສໍາເລັດລື່ນແຜນ 100%

ປີ 2019 ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແຂວງ ອັດຕະປື ສາມາດບັນລຸຄາດໝາຍຕາມມະຕິສະພາປະຊາຊົນຮັບຮອງ 2 ຄາດໝາຍ ໂດຍສະເພາະການພັດທະນາສີມືແຮງງານໃຫ້ປະຊາຊົນ ລື່ນແຜນ 100% ແລະ ຕົວເລກການຈັດຫາງານທົ່ວແຂວງ ໄດ້ 8ພັນກວ່າຄົນ ລື່ນແຜນ 240,6%.

ທ່ານ ນາງ ອຳຄາ ສີຫາລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ອັດຕະປື ໄດ້ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດວຽກງານແຮງງານ ແລະ ສະຫວັດດີການ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ຊຸດທີ I ໃນວັນທີ 22 ມັງກອນ 2020 ໃຫ້ຮູ້ວ່າ:

ໃນປີ 2019 ໃນ 5 ຄາດໝາຍຕາມມະຕິສະພາປະຊາຊົນແຂວງ ຮັບຮອງນັ້ນ ສາມາດບັນລຸໄດ້ 2 ຄາດໝາຍ ຄື: ການພັດທະນາສີມືແຮງງານໃຫ້ປະຊາຊົນໄດ້ທັງໝົດ 6,011 ຄົນ ລື່ນແຜນ 100% ຕາມມະຕິສະພາ 3,000 ຄົນ; ຕົວເລກການຈັດຫາງານທົ່ວແຂວງໄດ້່ 8,515 ຄົນ ລື່ນແຜນ 240,6% ມະຕິສະພາ 2,500 ຄົນ; ຄາດໝາຍທີ່ບໍ່ບັນລຸ ການຂະຫຍາຍອັດຕາປົກຄຸມປະກັນສັງຄົມໄດ້ 179 ຄົນ, ເທົ່າກັບ 36% ມະຕິສະພາ 500 ຄົນ; ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດປະຕິບັດໄດ້ 74 ທ່ານ ເທົ່າກັບ 59,2% ມະຕິສະພາ 125 ທ່ານ.

ເຊິ່ງທ່ານ ນາງ ອໍາຄາ ສີຫາລາດ ໄດ້ຊີ້ແຈງໃນກອງປະຊຸມສະພາຄັ້ງນີ້ວ່າ: ສາເຫດທີ່ປະຕິບັດບໍ່ໄດ້ຕາມຄາດໝາຍ ຍ້ອນຄວາມຮັບຮູ້ເຂົ້າໃຈຂອງຜູ້ໃຊ້ແຮງງານຍັງຈຳກັດຕໍ່ກັບກົດໝາຍວ່າດ້ວຍປະກັນສັງຄົມ, ຫົວໜ່ວຍແຮງງານສ່ວນຫຼາຍເປັນຫົວໜ່ວຍແຮງງານເເບບຄອບຄົວ, ຜູ້ອອກແຮງງານສ່ວນຫຼາຍເປັນເເຮງງານລາຍວັນ ແຮງງານອາຊີບມີໜ້ອຍ; ການປະຕິບັດນະໂຍບາຍບໍ່ບັນລຸ ຍ້ອນເກີດຈາກການສະໜອງງົບປະມານຂອງລັດຖະບານເພື່ອນະໂຍບາຍຍັງບໍ່ທັນພຽງພໍ ພ້ອມດຽວກັນນີ້ ການກວດກູ້ລະເບີດບໍ່ທັນແຕກຈາກພື້ນທີ່ທົ່ວແຂວງປະຕິບັດໄດ້ 343,8 ຮຕ ເທົ່າກັບ 89% ມະຕິສະພາໃຫ້ໄດ້ 385 ຮຕ.

ຂໍ້ມູນຈາກ: Auttapue media

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.